ຂ້ອຍຮຽນໄອທີ


  • ອາຊີບໄອທີດີຮ້າຍແນວໃດ ຕອນ 1


:)


ເປັນເວ­ລານເຫີງນານ­ສົມ­ຄວນ ທີ່­ລຸງ­ບໍ່­ໄດ້ເຂົ້າມາຂຽນ­ຢູ່­ໃບ­ລານ ເນື່ອງ­ຈາກ­ຫຍຸ້ງ­ນໍາວຽກງານ­ແລະ­ຄອບ­ຄົວ ອີກ­ຢ່າງ­ພວກ­ລູກ­ພວກ­ຫລານ ດ່ຽວ­ນີ້ກະ­ບໍ່­ຄອຍ­ມີ­ຜູ່­ສົນ­ໃຈ­ນໍາເລື່ອງ­ໄອ­ທີ ຄື­ແຕ່ກ່ອນ­ອີກ­ແລ້ວ ຊາ­ລຸງ­ໄດ້ຍີນມາ­ວ່າ ພວກ­ຫນຸ່ມ­ນ້ອຍ­ລາວ ດຽວ­ນີ້ນິຍົມ­ກັນເປັນເທວະ­ດາ ຊອກ­ຮຽນ­ແຕ່ວິ­ຊາ ເສດ­ຖະ­ສາດ ບໍລິ­ຫານ ການ­ຄ້າ­ທຸລະ­ກິດ ­ແບບ­ມືບໍ່­ຖືກ­ດີນ ­ແມ່ນ­ແທ້ບໍ່? 

ຄິດ­ໄປ­ແລ້ວ­ມັນກະ­ບໍ່­ແມ່ນເລື່ອງ­ແປກ ທີ່­ສັງ­ຄົມເຮົາ­ມັນຍອມ­ປ່ຽນ­ໄປຕາມ­ຍຸກ­ສະ­­ໄຫມ­ຂອງ­ມັນ ຈະ­ຮຽນ­ວິ­ຊາຫຍັງ ມີອາ­ຊີບ­ຫຍັງ­ຖ້າເປັນ­ສີ່ງ­ທີ່ເຮົາ­ມັກ­ແລ້ວ ຈະ­ເຮັດ­ໃຫ້ເຮົາ­ມີ­ຄວາມ­ສຸກ­ກັບ­ມັນ ­ແລ້ວ­ຈະ­ສົ່ງ­ຜົນ­ໃຫ້ວຽກງານ­ນັ້ນ­ກ້າວ­ຫນ້າ­ຂື້ນ­ໄປເລື້ອຍໆ­. ມື້ນີ້­ລຸງ­ຈະ­ມາເລົ່າເລື່ອງ ­ໄອ­ທີ ຂອງ­ລຸງ­ຕໍ່ ບາງ­ທີ່ ບາງ­ຄົນ ຫາກເຂົ້າ­ໃຈເຖີງ­ວິ­ຖີ­ຊີວິດ­ທີ່­ແທ້­ຈີງ ຂອງ­ອາ­ຊີບ­ນີ້­ແລ້ວ ອາດ­ປ່ຽນ­ໃຈ ຈາກການ­ຢາກເປັນເທວະ­ດາ ມາເປັນ­ຜູ່­ສ້າງເທວະ­ດາ­ກໍ່­ໄດ້ 

ໃນ­ຍຸກ­ສະ­­ໄຫມ ຕົ້ນ­ປີ 1990 ຕອນ ­ໄອ­ທີ ກໍາ­ລັງມາ­ແຮງ ­ໂດຍ­ສະ­ເພາະ­ບັນດາປະ­ເທດ­ດ້ອຍ­ພັດ­ທະ­ນາ ທັງ­ຫລາຍ ບໍ່ວ່າຈະ­ເປັນ­ປະ­ເທດ­ອີນເດຍ ຈີນ ຫລື­ລາວເຮົາ ຖ້າ­ໃຜ­ໄດ້­ຮຽນ­ຫລືເຮັດ­ວຽກ­ກ່ຽວ­ກັບ ­ໄອ­ທີ ປັດ­ຕິ­ໂຖ ­ໂກ້ເກ ບໍ່ມີ­ໃຜທຽບ­ໄດ້ ຖ້າສາມາດ­ຂຽນ­ໂປຣກຼາມ­ໄດ້ ­ແຮງ­ຄັກ ຄົນ­ນັບ­ຖື ປານ­ໄອ­ສະ­ຕາຍ ພຸ້ນ­ໃດ໋. ເວົ້າ­ແລ້ວ­ຕອນ­ລຸງ­ຍັງ­ຫນຸມ­ນ້ອຍ ລຸງກະ­ຄືນື່ງ­ໃນ­ນັ້ນ ທີ່ບ້າເທັກ­ໂນ­ໂລ­ຊີ ຢາກ­ຮູ້­ຢາກເຫັນ­ຢາກ­ລອງ ຕາມ­ພາສາເດັກ­ນ້ອຍ­ຄົນ­ບ້ານນອກ ທີ່ມີ­ຄວາມ­ໄຟ­ຟັນເກີນ­ຂອບເຂດ­ທົ່ງ­ໄຮ່­ທົ່ງນາ. ບໍ່­ແມ່ນ­ລຸງ­ຢາກ­ໂກ້ ຫລືບ້າເຮີ­ໄປ­ກັບ­ສັງ­ຄົມ ມັນ­ອາດເປັນເພາະ­ວາດ­ສະ­ຫນາ ຫລື­ຊາຕາ ທີ່­ພາ­ໃຫ້­ລຸງ­ໄດ້ກ້າວເດີນມາຕາມ­ທາງເສັ້ນ­ນີ້ ­ແລະ­ມັນ­ກໍ່ກາຍເປັນ­ອາ­ຊີບ ທີ່­ຫາ­ລ້ຽງ­ຊີວິດ­ແລະ­ຄອບ­ຄົວ­ລຸງມາ­ທຸກ­ມື້ນີ້ 

ຄັ້ງ­ນື່ງ­ໃນ­ຊີວິດ ລຸງ­ມີ­ໂອກາດ­ທີ່­ຈະ­ເລືອກ ­ແລະ­ເປັນການ­ຕັດ­ສີນ­ໃຈຍາກ­ທີ່­ສຸດ ລຸງ­ໄດ້­ຮັບ­ຈົດ­ຫມາຍ­ຕອບ­ຮັບ ຈາກມະ­ຫາ­ວິ­ທະ­ຍາ­ໄລ 4 ­ແຫ່ງ­ພ້ອມ­ກັນ ­ແລະ­ມີ 5 ຂະ­­ແຫນງ­ວິ­ຊາອາ­ຊີບ­ທີ່­ແຕກ­ຕ່າງ­ກັນ 1. ວິ­ຊາສະ­ຖາປະ­ນິກ 2. ວິ­ສະ­ວະ­ກອນ­ກໍ່­ສ້າງ 3. ວິ­ສະ­ວະ­ກອນ­ໄຟ­ຟ້າ 4. ວິ­ສະ­ວະ­ກອນ­ກົນ­ໄກເຄື່ອງ­ມື­ຫຸ່ນ­ຍົນ 5. ອຸປະ­ກອນ­ວິ­ທະ­ຍາສາດ ­ແລະ­ ­ໄອ­ທີ. ຕອນ­ນັ້ນ­ລຸງ­ມັກ­ວິ­ຊາສະ­ຖາປະ­ນິກ ອັນ­ດັບ­ນື່ງ ເພາະ­ອາ­ດີດເຄີຍ­ຮຽນມາ­ແດ່­ແລ້ວ ­ແຕ່­ຕ້ອງ­ໃຊ້ເວ­ລາເຖີງ 7 ປີ ເທົ່າ­ກັບ­ຮຽນ­ຫມໍ ຈື່ງ­ຈະ­ປະ­ກອບ­ອາ­ຊີບ­ຫາ­ຢູ່­ຫາ­ກີນ­ໄດ້ ລຸງເລີຍ­ຕັດ­ສີນ­ໃຈຮຽນເລື່ອງ ­ໄອ­ທີ ທີ່­ໃຊ້ເວ­ລາພຽງ 4 ປີ ອີກ­ຢ່າງເພາະ­ຄວາມ­ທໍລະ­ນົງ ທີ່ເຄີຍ­ມີ ລຸງ­ຢາກ­ພິ­ສູດ­ໃຫ້­ຮູ້ວ່າ ຄົນ­ທີ່ບໍ່ມີ­ພື້ນ­ຖານເລີຍ­ໃນເລື່ອງ­ນີ້ ຈະ­ເຮັດ­ໄດ້­ຫລືບໍ່? ເຄີຍ­ມີ­ຄົນເວົ້າ­ວ່າ ພວກ­ນັກ­ສີນ­ລະ­ປະ­ສີນ­ລະ­ປີນ ບໍ່­ສາມາດ­ຮຽນເລື່ອງ­ຄິດ­ຄໍານວນ­ໄດ້ດອກ ຄໍາເວົ້າ­ງ່າຍໆ­ຟັງ­ແລ້ວເຈັບ ເຮັດ­ໃຫ້­ລຸງ­ຢາກ­ລອງ­ພີ­ສູດເບີ່ງ­ວ່າ ມັນ­ຈະ­ຂະ­ຫນາດ­ໃດ ­ແລະ­ນັ້ນ­ແລະ­ຄືການເລີ້ມ­ຕົ້ນ­ທາງເສັ້ນ­ໃຫມ່­ຂອງ­ລຸງ. 

ການ­ທີ່ເຮົາ­ວ່າ­ໂຊກ­ດີ­ແລ້ວ ທີ່ມີ­ໂອກາດ­ໄດ້ເຂົ້າ­ໄປ­ນັ່ງ­ຮຽນ­ໃນມະ­ຫາ­ວິ­ທະ­ຍາ­ໄລ­ດີໆ­ ­ໃນ­ຂະ­­ແຫນງ­ທີ່ເຮົາ­ມັກ ­ແຕ່ນັ້ນ­ບໍ່­ໄດ້­ຫມາຍ­ຄວາມ­ວ່າ ທຸກ­ຢ່າງ­ຈະ­ຮາບ­ລື່ນ­ໄປຕາມເນື້ອ­ຜ້າ ຕອນ­ນັ້ນ­ລຸງ­ລໍາບາກ­ຫລາຍ ທັງ­ຮຽນ­ທັງ­ຮັບ­ຈ້າງ­ຫາເງີນ­ລ້ຽງ­ຊີວິດ­ໄປ­ນໍາ ເວ­ລາ­ທີ່ມີ­ໃຫ້ກັບການ­ຮຽນ ­ແນ່ນອນ­ບໍ່ເຕັມເມັດເຕັມ­ຫນ່ວຍ ເຖີງ­ແມ່ນ­ຢູ່­ປະ­ເທດ­ທີ່­ພັດ­ທະ­ນາ­ແລ້ວ­ກໍ່­ຕາມ ຍຸກ­ນັ້ນ­ຖ້າເວົ້າເຖີງ­ອຸປະ­ກອນເຄື່ອງ­ມື­ທາງ ­ໄອ­ທີ ເຊັ່ນ­ຄອມ­ພີວເຕີ­ຣ ­ແມ່ນ­ຍັງຍາກ­ຢູ່ ­ແລະ­ກໍ່­ລາຄາ­ແພງເຫລືອ­ຮ້າຍ ຈື່­ໄດ້ວ່າ­ຢູ່­ຫ້ອງ­ແລບ ມີ­ຄອມ­ພີວເຕີ­ຣປະ­ມານ 60ເຄື່ອງ ຕໍ່ນັກ­ຮຽນ­ຂະ­­ແຫນງ­ໄອ­ທີ່ ຮ່ວມ­ກັນ­ທັງ­ຫມົດເກືອບ 300 ຄົນ ທີ່­ພັດ­ປຽນ­ກັນເຂົ້າ­ໄປ­ໃຊ້­ຄອມ­ພີວເຕີ ຊື່ງເຂົາຈະ­ກໍາຫນົດເວ­ລາ­ໃຫ້­ໃຊ້. ພວກ­ຫລານ­ຮູ້ບໍ່ວ່າການ­ຂຽນ­ໂປຣກຼາມ ມັນ­ຕ້ອງ­ໃຊ້ເວ­ລາ­ຢູ່ກັບ­ຄອມ ເພື່ອ­ລອງ­ຜິດ­ລອງ­ຖູກ ຕັ້ງ­ຫລາຍ­ຮອບ­ຈື່ງ­ຈະ­ອອກມາເປັນ­ໂປຣກຼາມ ­ໃດ­ນື່ງ­ໄດ້ ຫລານ­ຄົງ­ຢາກ­ຮູ້­ແມ່ນ­ບໍ່ວ່າ­ລຸງ­ຮຽນ­ຂຽນ­ໂປຣກຼາມ ­ໄດ້­ແນວ­ໃດ ­ໃນເມື່ອ­ບໍ່ມີ­ຄອມເພີວເຕີ­ຣ. ລຸງ­ຈະ­ຂຽນ­ໂຄງ­ຮ່າງ­ໃສ່ເຈັ້ຽ­ກ່ອນ ບໍ່ວ່າຈະ­ນັ່ງ­ຢູ່­ລົດ­ໄຟ ລົດເມ ຕາມເສັ້ນ­ທາງ­ໄປຫາ ມ­ລ ຫລື­ແມ່ນກະ­ທັ້ງ­ຢືນເຮັດ­ວຽກ­ຢູ່­ໂຮງງານ ມືເຮັດ­ວຽກ­ໄປ­ແຕ່­ຫົວ­ຄິດ­ນໍາ­ບົດ­ຮຽນ ພໍຄິດອອກ­ກໍ່­ຂຽນ­ລົງ­ໃສ່ເຈັ້ຽ­ໄວ້ ພໍເຖີງ­ວັນເສົາອາ­ທິດ ວັນ­ທີ່ບໍ່ມີ­ຄົນ­ໃຊ້­ຫ້ອງ­ແລບ­ຫລາຍ­ປານ­ໃດ ລຸງ­ກໍ່­ຈະ­­ໄປ ມ­ລ ­ແຕ່ເຊົ້າ ­ແລ້ວ­ພີມ­ຈາກເຈັ້ຽ­ລົງເຄື່ອງ­ໃຫ້­ໄວ­ທີ່­ສຸດ ຫລີ້ນ­ກັບ­ມັນ ຈົນເຖີງເວ­ລາ ເຂົາ­ໄລ່ອອກ­ຈາກ­ຫ້ອງ­ແລບ. 

ຕາມ­ປະ­ສົບການ­ຂອງ­ລຸງ­ແລ້ວ ວິ­ຊາ­ໄອ­ທີ ບໍ່­ໄດ້ຍາກ­ດັ່ງ­ທີ່ເຮົາ­ໄດ້ຍີນມາ ­ແຕ່ເປັນ­ອາ­ຊີບ­ນື່ງ­ທີ່­ຕ້ອງ­ໃຊ້ເວ­ລາ­ຢູ່ກັບ­ມັນ­ຫລາຍ­ທີ່­ສຸດ ໃນເມື່ອ­ພັດ­ທະ­ນາການ­ດ້ານ­ນີ້ ຄືບ­ຫນ້າ­ໄປເລື້ອຍໆ­­ແລະ­­ໄວ­ທີ່­ສຸດ ຈໍາເປັນ­ທີ່ນັກ­ວິ­ຊາການ­ດ້ານ­ນີ້ ຕ້ອງ­ໄດ້­ຕິດ­ຕາມ­ອັບເດດ­ຄວາມ­ຮູ້ ຢູ່­ຕະ­ຫລອດ ເວົ້າ­ໄດ້ວ່າ ທຸກໆ­ສອງ­ປີ ພັດ­ທະ­ນາການ­ຂື້ນເປັນ­ສອງເທົ່າ ຢູ່­ຕ່າງ­ປະ­ເທດ ຖ້າ­ນັກ­ຮຽນ­ຂະ­­ແຫນງ­ນີ້­ຈົບອອກມາ ­ແລະ­ບໍ່­ສາມາດ­ຫາງານ­ໄດ້­ພາຍ­ໃນ­ສອງ­ປີ ­ແມ່ນ­ຈົບເລື່ອງ ຕ້ອງ­ໄດ້ເຂົ້າ­ໄປ­ຮໍ່າຮຽນ­ຝຶກ­ຝົນ­ໃຫມ່ ອາດເປັນເພາະ­ເຫດ­ນີ້­ຫລືບໍ່ ທີ່ເຮັດ­ໃຫ້­ຄົນ­ຜີວ­ຂາວ ຫລື­ພວກ­ລູກເທວະ­ດາ ບໍ່­ສົນ­ໃຈອາ­ຊີບ­ນີ້. ເພາະ­ສາເຫດ­ນີ້­ລະ­ທຸກ­ມື້ນີ້ ເຮົາຈະ­ເຫັນ­ແຕ່­ຄົນ­ອີນເດຍ ທີ່ຍຶດ­ຖືອາ­ຊີບ ­ໄອ­ທີ່ ເປັນ­ສ່ວນ­ໃຫຍ່ ອີກ­ຢ່າງ­ອາ­ຊີບ­ໄອ­ທີ່ ບໍ່­ຈໍາເປັນ­ຕ້ອງ­ລົງ­ທືນ­ຍັງ­ຫລາຍ ຂໍ­ໃຫ້ເປັນ­ຄົນ­ມີ­ຄວາມ­ອົດ­ທົນ ມີເວ­ລາພຽງ­ພໍກັບ­ມັນ ກໍ່­ສາມາດ­ຮຽນ­ຮູ້­ໄດ້ ­ແລະ­ທຸກ­ວັນ­ນີ້ບໍ່­ຈໍາເປັນ­ຕ້ອງ­ໄປ­ນັ່ງ ຢູ່­ໃນ­ຫ້ອງ­ຮຽນ ຫລື­ລຽນ­ແຖວເຂົ້າ­ຫ້ອງ­ແລບ­ຄື­ແຕ່ເກົ່າ­ແລ້ວ ທຸກ­ຄົນ­ທີ່­ຮູ້­ພາສາ­ອັງ­ກິດ ພໍອ່ານອອກ­ຂຽນ­ໄດ້ ­ແມ່ນ­ສາມາດ­ຮຽນ­ທາງ­ອີນເຕີ­ຣເນັດ­ໄດ້. 

ສີ່ງ­ທີ່­ລຸງເຫລົ່າມາ­ນີ້ ມັນເປັນ­ພຽງ­ສ່ວນ­ລ່ວມ­ນ້ອຍ­ນື່ງ­ຂອງ ອາ­ຊີບ­ໄອ­ທີ ເທົ່າ­ນັ້ນ ຄໍາ­ວ່າ ­ໄອ­ທີ ­ໃນ­ໂຕ­ມັນ­ມີ­ຫລາຍໆ­ຂະ­­ແຫນງ­ພາກ­ສ່ວນ ­ແຍກອອກ­ໄປ­ຊື່ງ­ນັກ­ວິ­ຊາການ­ໄອ­ທີ­ຜູ້ນື່ງ ບໍ່­ຫມາຍ­ຄວາມ­ວ່າຈະ­ສາມາດ­ຮູ້ ກ່ຽວ­ກັບເລື່ອງ­ໄອ­ທີ­ໄປຫມົດ­ທຸກ­ຢ່າງ ບໍ່­ຕ່າງ­ຫຍັງ­ກັບ­ຫມໍປົວ­ໂລກ­ຫົວ­ໃຈ ບໍ່­ແມ່ນ­ຈະ­ປົວ­ແຂ້ວ­ໄດ້. ­ໂອກາດ­ຫນ້າ­ຖ້າ­ລຸງ­ພໍມີເວ­ລາ ­ແລະ­ຫາກ­ມີ­ຜູ່­ໃຫ້­ຄວາມ­ສົນ­ໃຈ­ຢູ່ ລຸງ­ຈະ­ມາຂຽນ­ຕໍ່ ສໍາ­ລັບ­ມື້ນີ້ ລຸງ­ຊິເຂົ້າ­ໄປວຽງ ­ໄປເບີ່ງ­ບຸນ­ທາດ­ຫລວງ ຫາຫມູ່­ຫາ­ຄູ່ກ່ອນ ­ແລ້ວ­ຄ່ອຍ­ພົບ­ກັນ­ໃຫມ່

  • ອາຊີບໄອທີດີຮ້າຍແນວໃດ ຕອນ 2
  •  

:)


ບົດ­ທີ່­ຜ່ານມາ ລຸງ­ໄດ້ກ່າວເຖີງກາລະ­ເວ­ລາ ຍຸກ­ຮິ­ຕຂອງ ອາ­ຊີບ­ໄອ­ທີ ­ແລະ­ເລື່ອງ­ລາວ­ຫຍໍ້ໆ­ການເດີນ­ທາງເຂົ້າ­ສູ່ ອາ­ຊີບ­ໄອ­ທີ ຂອງ­ລຸງ ສໍາ­ລັບ­ບົດ­ນີ້ ລຸງ­ຈະ­ມາເວົ້າເລື່ອງ ຄວາມ­ແຕກ­ຕ່າງ­ຫລາກ­ຫລາຍ ­ແລະ­ການເຮັດ­ວຽກ­ຂອງ­ອາ­ຊີບ­ນີ້ 

ລຸງ­ຍັງ­ຈື່­ໄດ້ເທົ່າ­ທຸກ­ມື້ນີ້ ກັບ­ຄໍາຖາມ­ຂອງ­ຫມູ່­ຄູ່­ຄົນ­ນື່ງ ທີ່ນາງເຄີຍ­ທັກ­ທາຍ­ລຸງເມື່ອນານ­ຫລາຍ­ປີມາ­ແລ້ວ ຕອນ­ທີ່­ລຸງ­ກໍາ­ລັງ­ຮຽນ­ຢູ່­ປີ­ທີ່­ສາມ ­ແລະ­ມີເຫດ­ຕ້ອງ­ກັບມາເມືອງ­ລາວ­ດ່ວນ ເພາະ­­ແມ່­ຂອງ­ລຸງ ເພີ່ນ­ກໍາ­ລັງ­ປວຍ­ຫນັກ ຫມູ່ນາງ­ນີ້­ຖາມ­ລຸງ­ວ່າ: (ທີ່ເຈົ້າ­ໄປຮຽນ­ຄອມເພີວເຕີ­ຣ­ນັ້ນ ­ແມ່ນ­ຮຽນ­ໃຊ້­ຄອມ­ພີວເຕີ­ຣ ຫລື­ແປງ­ຄອມ­ກັນ­ແທ້?) ລຸງເອັງເກືອບ­ຫງາຍ­ຫມາ ເພາະ­ຄໍາຖາມ­ແລະ­ທ່າ­ທີ່ ທີ່ນາງ­ຖາມມາ­ນັ້ນ ມັນ­ແຝງ­ໄປ­ດ້ວຍ­ຄວາມ­ຫມີນ­ປະ­ມາດ ນ້ອຍໆ­ຢູ່­ໃນ­ນັ້ນ ອາດເປັນເພາະ­ນາງ­ຢາກອວດ­ວ່າ ມີ­ສາ­ມີ­ຣວຍ ເປັນ­ນັກ­ບັນ­ຊີ­ໃຫຍ່ມີ­ຄວາມ­ຮູ້ ກ່ຽວ­ກັບ­ໄອ­ທີ ລະ­ດັບ­ອາຈານ ຫລືວ່າເປັນເພາະ­ຄວາມ­ຮັບ­ຮູ້ນາງ­ມີ­ພຽງເທົ່າ­ນັ້ນ ຈະ­­ແນວ­ໃດກະ­ຕາມ ລຸງ­ຄິດ­ວ່າ ຍັງ­ມີອີກ­ຫລາຍໆ­ຄົນ­ທີ່ບໍ່­ທັນເຂົ້າ­ໃຈ­ໃນ­ອາ­ຊີບ­ນີ້ ຊື່ງ­ລຸງ­ຖືວ່າ­ມັນ­ມີ­ຄວາມ­ສໍາ­ຄັນ ທີ່­ພວກ­ລູກ­ຫລານ­ຄວນ­ຮັບ­ຮູ້­ໄວ້ ­ໂດຍ­ສະ­ເພາະ­ຜູ່­ທີ່ກໍາ­ລັງ­ຈະ­ຈົບ ຊັ້ນ­ມັດ­ທະ­ຍົມ ­ແລ້ວ­ຈະ­­ໄປຮຽນ­ຕໍ່­ສາຍ­ອາ­ຊີບ­ຕ່າງໆ­ ຄວນ­ສຶກ­ສາ­ທໍາຄວາມເຂົ້າ­ໃຈ ກັບ­ອາ­ຊີບ­ນັ້ນໆ­­ໃຫ້ດີ­ສະ­ກ່ອນ ຈື່ງ­ຄອຍ­ຕັດ­ສີນ­ໃຈເຂົ້າຮຽນ ບໍ່ດັ່ງ­ນັ້ນ­ຈະ­ເສັຽ­ທັງເງີນ ທັງເວ­ລາ ຫລືເສັຽອະ­ນາ­ຄົດ­ດ້ວຍ­ຊໍ້າ. 

ກ່ອນ­ອື່ນ­ຢ່າເບີ່ງ ອາ­ຊີບ ­ໄອ­ທີ ເປັນ­ພຽງເລື່ອງ­ໂກ້ ເງີນເດືອນ­ຫລາຍ ­ໄດ້ນັ່ງ­ໂຕະ­ຕັ່ງ ເຮັດ­ໃຫ້ເບີ່ງ­ຄື­ສະ­ຫລາດ­ກ່ວາ­ຜູ່ອື່ນໆ­ ຫລືເບີ່ງ­ໃນ­ດ້ານ­ລົບ ເປັນ­ອາ­ຊີບ ຂອງ­ຄົນ­ບໍ່ມີ­ສັງ­ຄົມ ພວກ­ຫນອນ­ຫນັງ­ສື ພວກ­ແວ່ນ­ຕາຫນາ ເຫງິກ­ຫງາກ ອ່ອນ­ແອ­ບໍ່ມີ­ແຟນ ສາລະ­ພັດ. ດັ່ງ­ທີ່­ລຸງ­ໄດ້ເວົ້າມາ­ແລ້ວ ອາ­ຊີບ­ໃດ­ກໍ່­ຕາມ ຖ້າເຮົາ­ມັກ­ແມ່ນ­ດີ­ທັງ­ນັ້ນ. ກ່ອນ­ທີ່ເຮົາຈະ­ເຂົ້າ­ໃຈອາ­ຊີບ­ໄອ­ທີ­ໄດ້­ລະ­ອຽດ ກ່ອນ­ອື່ນເຮົາ­ຕ້ອງ­ຮູ້­ຈັກ­ສາຂາ ພາກ­ສ່ວນ­ພະ­­ແນກ ການເຮັດ­ວຽກ­ຕ່າງໆ­ ຂອງ ວຽກ­ໄອ­ທີ ກ່ອນ ວ່າ­ມີ­ຫຍັງ­ແດ່ ­ແລະ­­ແຕ່­ລະ­ພະ­­ແນກ­ມີ­ຫນ້າ­ທີ່ເຮັດ­ວຽກ­ແນວ­ໃດ ລຸງ­ພໍຈະ­ສະ­ຫລຸບ­ໄດ້ດັ່ງ­ນີ້ ວຽກງານ­ໄອ­ທີ ­ໂດຍ­ທົ່ວ­ໄປ­ແລ້ວ­ປະ­ກອບ­ດ້ວຍ 

1. ພະ­­ແນກ­ບໍລິ­ຫານ­ປະ­ສານງານ (Manager, coordinator, production supervisor) 
2. ພະ­­ແນກ­ວິເຄາະ­ (Network, database, programmer, security, system, quality assurance) 
3. ພະ­­ແນກ­ສ້າງ (developer or programmer) 
4. ພະ­­ແນກ­ທົດ­ສອບ (Tester) 
5. ພະ­­ແນກ­ແນະ­ນໍາ­ບໍລິການ ­ແລະ­ສອນ (Technician, supporter, operator, helpdesk) 

ແຕ່­ລະ­ພະ­­ແນກ­ພາກ­ສ່ວນ ກະ­ມີການ­ແບ່ງ­ຫນ້າ­ທີ່ກັນ­ອີກ ເຊັ່ນ­ໂຕ­ຢ່າງ ນັກ­ວິເຄາະ­ກ່ຽວ­ກັບເນັດເວີກ ອາດ­ບໍ່­ຮູ້ເລື້ອງ­ກ່ຽວ­ກັບການ­ສ້າງ ຫລື program coding ຫລື­ຜູ້­ຊ່ຽວ­ສານ­ທາງ­ດ້ານການ­ສ້າງ ອາດ­ບໍ່­ຮູ້­ຫລືບໍ່­ສົນ­ກັບ­ລະ­ບົບ­ບໍ່­ລິ­ຫານ. ຢູ່­ໃນ­ບໍລິ­ສັດ­ໃຫຍ່ໆ­ ຫລືກະ­ຊວງ­ທີ່ມີ­ພະ­­ແນກ ­ໄອ­ທີ ສ່ວນ­ຫລາຍ­ແມ່ນ­ມີການ ­ແບ່ງ­ວຽກງານ­ກັນ­ຕາມ 5 ພາກ­ສ່ວນ­ດັ່ງ­ຂ້າງເທີງ­ນັ້ນ ­ແຕ່­ສໍາ­ລັບ­ບໍລິ­ສັດ­ອົງກອນ­ນ້ອຍໆ­ ­ແມ່ນ­ບໍ່­ຈໍາເປັນ­ຕ້ອງ­ມີ­ຄົບ­ຊຸດ­ປານ­ນັ້ນ ພະ­ນັກງານ­ໄອ­ທີ ອາດ­ມີ­ພຽງ­ຄົນ­ຫລື­ສອງ­ສາມ­ຄົນເທົ່າ­ນັ້ນ ກໍ່­ພຽງ­ພໍ­ແລ້ວ ບໍ່­ຊັ້ນເງີນ­ຫມູນ­ວຽນ­ແມ່ນ­ໄປ­ຢູ່ນໍາ ­ໄອ­ທີ­ຫມົດ. ກ່ອນ­ທີ່­ຈະ­ເວົ້າເຖີງ­ຊີວິດ ລາຍ­ໄດ້­ລາຍ­ດີ ຂອງມະ­ນຸດ­ໄອ­ທີ ລຸງ­ຈະ­ເອີຍເຖີງ­ຂັ້ນ­ຕອນການເຮັດ­ວຽກ ຂອງ­ພະ­­ແນກ ­ໄອ­ທີ ກ່ອນ ວ່າ­ມັນເປັນ­ແນວ­ໃດ 

ສົມ­ມຸດ­ວ່າ ທາງກະ­ຊວງ­ໃດ­ນື່ງເພີ່ນ­ມີ­ໂຄງການ ທີ່­ຕ້ອງການ­ປັບ­ປຸງ­ລະ­ບົບການເຮັດ­ວຽກ ­ໃຫ້ມີ­ປະ­ສິດ­ຖິ­ຜົນ­ຂື້ນ ລຸງ­ຈະ­ຈໍາລອງເຫດການ ­ໃສ່ກັບ­ສະ­ພາບ­ບ້ານເມືອງເຮົາ ­ແບບ­ໃຫ້ເຂົ້າ­ໃຈ­ງ່າຍໆ­ (ນີ້­ຄື­ໂຕ­ຢ່າງເທົ່າ­ນັ້ນ) 

ການ­ສ້າງ­ຊອບ­ແວ­ຣ ລະ­ບົບ­ຄວບ­ຄຸມ­ຄົນເຂົ້າເມືອງ ລະ­ຫັດ­ໂຄງການ ຄ.ຂ.ມ 
- ທີ່ມາຂອງ­ໂຄງການ­ນີ້ (ສົມ­ມຸດ): ຈາກກອງ­ປະ­ຂຸ່ມ­ສະ­ຫລຸບ­ຜົນງານ­ຂອງກະ­ຊວງ ມີ­ລາຍງານ­ວ່າ ­ໄດ້ມີເຫດການ­ລັກ­ລອບເຂົ້າເມືອງ ­ແບບ­ຜິດ­ກົດ­ຫມາຍເພີ້ມ­ຂື້ນ­ນັບ­ມື້ ­ໂດຍ­ທາງເຈົ້າຫນ້າ­ທີ່­ຕໍາຫລວດ ບໍ່­ສາມາດ­ຄວບ­ຄຸມ­ໄດ້ເຊັ່ນ ທ້າວ ສຽວ­ຫົວ ພໍ່­ຄ້າຊາວ­ຈີນ ຖືກ­ຈັບ­ໄດ້ວ່າ­ຄ້າມະ­ນຸດ­ຂ້າມ­ຊາດ ທາງການ­ໄດ້­ທໍາການ­ປັບ­ໄຫມ ­ແລະ­ສົ່ງ­ໂຕອອກນອກ­ປະ­ເທດ­ແລ້ວ ­ແຕ່ບໍ່­ຮອດເດືອນ­ຊໍ້າ ບັກ­ຜີເພດ­ນີ້ຍັງມາ­ນັ່ງ­ດືມເບຍ­ລາວ­ຢູ່­ແຄມ­ຂອງ­ໄດ້­ຢູ່ ­ໂດຍ­ໃຊ້ບັດ­ຜ່ານ­ແດນ­ໃຫມ່ ­ໃນນາມ­ວ່າ ທ້າວ ສຽວ­ຫາງ ລາຍງານ­ນີ້ ສ້າງ­ຄວາມ­ບໍ່­ພໍ­ໃຈຫນັກ­ໃຫ້­ທ່ານ­ລັດ­ຖະ­ມົນ­ຕີ ເຖີງ­ຂັ້ນ­ຕົບ­ໂຕະ­­ໃສ່­ຫົວ­ຫນ້າ­ກົມ­ວ່າ ນີ້ມັນ­ແຜ່ນ­ດີນ­ລາວ ຊາດ­ໃດ­ມັນ­ຈະ­ມາຫຍຽບ­ຫຍາມ ຂົ່ມເຮັງ­ຄົນ­ລາວ­ບໍ່­ໄດ້ເດັດ­ຂາດ ນີ້­ຄື­ຄໍາ­ສັ່ງ­ຫມົດເທົ່າ­ໃດກະ­ຊ່າງ ເຮັດ­ແນວ­ໃດກະ­­ໄດ້ ຕ້ອງ­ຫາທາງ­ແກ້­ໄຂເລື່ອງ­ນີ້­ໃຫ້­ໄດ້ ­ແລະ­­ໄວ­ທີ່­ສຸດ­ກ່ອນ­ທີ່­ທຸກ­ຢ່າງ­ຈະ­ສວຍເກີນ­ແກ້ 

ວັນ­ຕໍ່ມາທາງ­ກົມ­ຮ້ອງ­ປະ­ຊຸມດວນ ລະ­ດົມ­ຄວາມ­ຄິດ­ຈາກ ພງ ຊ່ຽວ­ຊານ ລະ­ດັບ­ຊຽນ­ທັງ­ຫລາຍ ເພື່ອ­ຫາທາງ­ແກ້­ໄຂ ຜູ່­ຊຊ ບາງ­ຄົນ ອາດ­ສະ­ເຫນີ­ໃຫ້ເພີ້ມ­ຈໍານວນ ຕໍາຫລວດ­ຊາຍ­ແດນ­ຂື້ນ ບາງ­ຄົນ­ອາດ­ສະ­ເຫນີ­ໃຫ້ ເພີ້ມມາດ­ຕະ­ການ­ປັບ­ໄຫມ ເພີ້ມ­ຂື້ນ­ອີກ ບາງ­ຄົນ­ສະ­ເຫນີ­ໃຫ້­ຊື້­ລົດ­ລຸ້ນ­ໃຫມ່ ຈະ­­ໄດ້­ແລນ­ໄລ່­ຈັບ­ໂຈນ­ໄດ້­ທັນ ພໍດີ­ທ້າວ ກ ພງ ຫນູ່ມ­ນ້ອຍ­ດ້ອຍ­ປະ­ສົບການ ຫາ­ກໍ່­ສັງ­ກັດ­ໃຫມ່ ຍົກ­ມື­ຂື້ນ ທ່ານ­ທັງ­ຫລາຍ ຖ້າເຮົາ­ປັບ­ປຸງ­ລະ­ບົບກວດ­ຄົນເຂົາເມືອງ ­ໃຫ້ມີ­ປະ­ສິດ­ຖິ­ພາບ ວ່ອງ­ໄວ ­ແລະ­ທັນ­ສະ­­ໄຫມ­ຂື້ນ­ຈະ­ບໍ່ດີກ່ວາ­ບໍ່? ທ່ານ­ຫົວ­ຫນ້າ­ກົມ­ຫລຽວເບີ່ງ­ດ້ວຍ­ຄວາມ­ສົງ­ໃສ ­ແລ້ວ­ຖາມ­ວ່າ ເຮັດ­ແບບ­ໃດ­ທ້າວ? 

ທ້າວ ກ ຕອບ­ວ່າ: ຂ້າ­ນ້ອຍກະ­ບໍ່­ຮູ້ ­ແຕ່ເຄີຍເຫັນ­ຜ່ານ­ຕາ ­ໃນ­ຫນັງ­ບູ້ ອາເມ­ຣິກາ ຄືວ່າ­ມີ­ຮອດ­ລະ­ບົບ­ນັ້ນ­ນີ້ ສາມາດກວດ­ຈັບ­ໂຈນ­ໄດ້ ດ້ວຍ­ລະ­ບົບ­ຄອມ­ພີວເຕີ­ຣ ຖ້າເຮັດ­ໄດ້­ແນວ­ນັ້ນ­ຄື­ຊິ­ຄັກ 

ຊຊ ອາ­ວຸ­ໂສ ເງີນເດືອນ­ຫລາຍ ຄົນ­ນື່ງ­ຊວນ­ຂື້ນ: ບັກ­ຫລ້າ ນັ້ນ­ມັນ­ໃນ­ຫນັງ ເຂົາເຮັດ­ຂື້ນເພື່ອ­ຫລອກ­ໃຫ້­ຄົນເບີ່ງ­ຊື່ໆ­ 
ທ່ານ ຫົວ­ຫນ້າ­ກົມ: ທຸກ­ຄົນເວົ້າ­ມີເຫດ­ຜົນ ເອົາ­ແບບ­ນີ້ ­ໃຫ້­ພວກເຈົ້າ­ໄປຂຽນ­ໂຄງ­ຮ່າງ ຂັ້ນ­ຕອນ­ລາຍ­ລະ­ອຽດມາ ພ້ອມ­ທັງ­ປະ­ເມີນ­ລາຄາມາ­ດ້ວຍ ພິເສດ ທ້າວ ກ ຄວາມ­ຄິດເຈົ້າ­ແປກ­ໃຫມ່ ບໍ່ເຄີຍ­ໄດ້ຍີນມາ­ໃນ­ຊີວິດການເຮັດ­ວຽກ­ຂ້ອຍ ­ໃຫ້ເຈົ້າ­ໄປ­ສຶກ­ສາ ­ແລ້ວ­ສະ­ຫລຸບເປັນ­ລາຍ­ລັກ­ອັກ­ສອນ ມາ­ໃຫ້­ຂ້ອຍ, ນີ້ມັນ­ຈະ­ 4 ­ໂມງ­ແລ້ວ ຂ້ອຍ­ມີນັດ­ຕີກອ­ຟ ກັບ­ທ່ານ ຣຕ ປິດ­ປະ­ຊຸມ. 

  • ອາຊີບໄອທີດີຮ້າຍແນວໃດ ຕອນ 3

:) 
ໃນ­ບົດ­ທີ່ 2 ລຸງ­ໄດ້ເວົ້າເຖີງ­ພາກ­ສ່ວນ­ຫນ້າ­ທີ່ ທີ່­ແຕກ­ຕ່າງ­ຂອງ­ອາ­ຊີບ ­ໄອ­ທີ ­ແລະ­­ໄດ້ຍົກ­ໂຕ­ຢ່າງ ການ­ກໍ່ເກີດ ­ໂຄງການ­ສ້າງ­ຊອບ­ແວ­ຣ­ໃດ­ນື່ງ ­ໂດຍ­ສົມ­ທຽບ­ກັບເຫດການ­ໃນ­ບ້ານເຮົາ ເພື່ອ­ໃຫ້ເຂົ້າ­ໃຈ­ງ່າຍ­ຂື້ນ ສ່ວນ­ບົດ­ນີ້ ລຸງ­ຈະ­ເວົ້າເຖີງ­ຂັ້ນ­ຕອນ ຂອງການ­ສ້າງ­ຊອບ­ແວ­ຣ ­ໂຄງການ ຄ.ຂ.ມ ວ່າຈະ­ດໍາເນີນ­ໄປ­ແນວ­ໃດ 

ໂດຍ­ທໍາມະ­ຊາດ­ແລ້ວ ­ໂຄງການ­ສ້າງ­ຊອບ­ແວ­ຣ ລະ­ດັບ­ໃຫຍ່ໆ­­ໃດ­ນື່ງ ບໍ່­ແມ່ນ­ຈະ­ເກີດ­ຂື້ນ­ໄດ້ງ່າຍດາຍ ຄືຍົກ­ໂຕ­ຢ່າງມາ­ນີ້ ຕາມ­ທີ່ເຄີຍ­ໄດ້ຍີນມາ ບາງ­ໂຄງການ­ໃຊ້ເວ­ລາ­ຄົ້ນ­ຄ້ວາ ສໍາຫລວດ­ຢູ່­ຫລາຍ­ປີ ສຸດ­ທ້າຍກະ­ເລີກ­ລົ້ມ ບາງ­ໂຄງການເລີ້ມ­ສ້າງ­ແລ້ວເກີນ­ກ່ວາເຄີງ­ນື່ງ ຍັງ­ຍົກເລີກ­ໄດ້ ເພາະ­ເຕັກ­ໂນ­ໂລ­ຊີ ຫລ້າສະ­­ໄຫມ ຫລືວົງການ­ທຸລະ­ກິດ ມີການ­ປ່ຽນ­ແປງ. 

ລຸງ­ຈະ­ບໍ່­ໂມ້­ໃຫ້ອອກນອກເລື້ອງ ຈະ­ເລີ້ມເຂົ້າ­ໂຄງການ ຄ.ຂ.ມ ເຮົາເລີຍ ສົມ­ມຸດ­ວ່າ­ໂຄງການ­ນີ້ ­ໄດ້­ຜ່ານການເຫັນ­ດີເຫັນ­ຊອບ ຈາກ­ຂັ້ນເທີງ­ແລ້ວ ຂັ້ນ­ຕອນ­ທໍາ­ອິດ ເພີ່ນ­ກໍ່­ຄົງ­ຈັດ­ຕັ້ງ­ທີມງານ­ໂຄງການ ຄ.ຂ.ມ ຂື້ນ ­ໃນ­ນັ້ນ­ຄົງ­ປະ­ກອບ­ດ້ວຍ ຫລາຍໆ­ຜູ່­ຊ່ຽວ­ຊານ­ທາງ­ດ້ານ ກົດ­ຫມາຍ, ສະ­ຖິ­ຕິ, ຕໍາຫລວດ, ການເງີນ, ນັກເຕັກ­ນິກ.... ເພື່ອ­ປະ­ສານງານ­ກັນ ເຂົ້າ­ຫ້ອງ­ປະ­ຊຸມ­ບໍ່­ຮູ້ວ່າ­ຈັກເທື່ອ ຈົນ­ໄດ້ເອກກະ­ສານ­ສະ­ບັບ­ນື່ງ ທີ່­ລະ­ບຸເຖີງ­ຄວາມ­ຕ້ອງການ ຂອງ­ໂຄງການ (Project requirement specification) ຊື່ງເອກກະ­ສານ­ສະ­ບັບ­ນີ້ ປຽບເຫມືອນ ພີມ­ຂຽວ ທີ່­ໃຊ້­ໃນການ­ປະ­ມູນ­ໂຄງການ­ກໍ່­ສ້າງ ­ແຕ່­ໃນ­ນີ້­ແມ່ນເພື່ອ­ປະ­ມູນ­ໂຄງການ ­ໄອ­ທີ

ໂຕ­ຢ່າງ ປະ­ເດັນ­ຫລັກ ຂອງເອກກະ­ສານ: 
- ລະ­ບົບ ຄຂມ ຕ້ອງ­ສາມາດ­ລາຍງານ­ໃຫ້ເຈົ້າຫນ້າ­ທີ່­ໄດ້ ຖ້າ­ມີ­ຜູ້­ປອມ­ແປງເອກະ­ສານ ­ໃບ­ຫນ້າ ຫລື­ຖືອາ­ວຸດ ເຂົ້າປະ­ເທດ 
- ລະ­ບົບ ຕ້ອງເປັນ­ແບບເນັດເວີກ­ສະ­ເພາະ­ ສາມາດເຊື່ອມ­ໂຍງ­ຂໍ້ມູນ ກັບ­ຖານ­ຂໍ້ມູນ­ຂອງ­ກົມ­ຕໍາຫລວດ­ໄດ້ 
- ການກວດ­ຄົນເຂົ້າອອກ­ປະ­ເທດ ຕ້ອງ­ປະ­ຕິບັດ­ໄດ້­ຢ່າງວອງ­ໄວ ບໍ່­ໃຫ້ມີການ­ຕໍ່­ແຖວເກີນ­ກ່ວາ 30 ນາ­ທີ່ 
- ລະ­ບົບ ຕ້ອງ­ມີການ­ຮັກ­ສາຄວາມ­ປອດ­ໄພ ຢ່າງ­ຫນ້າ­ແຫ້ນ ­ແລະ­ມີ­ລະ­ບົບ­ສໍາລອງ (Backup system) ກໍລະ­ນີ­ສຸກເສີນ 
................ 

ເມື່ອ­ບໍລິ­ສັດ­ໄອ­ທີ ­ໃດ­ນື່ງ ທີ່­ໄດ້­ໂຄງການ­ນີ້­ໄປ 
ຂັ້ນ­ທໍາ­ອິດ ເຂົາຈະ­­ໃຫ້­ທີມງານ ນັກ­ວິເຄາະ­ (Business Analyst ຫລື B.A) ເອົາ­ໂຄງການ­ໄປ­ວິເຄາະ­ ­ແຍກອອກເປັນ­ລາຍ­ລະ­ອຽດ ເພື່ອ­ສ້າງເປັນເອກກະ­ສານ­ທາງ­ດ້ານ­ວິເຄາະ­ (Functional Specification) ກ່ອນ­ຈະ­­ໄດ້ເອກກະ­ສານ­ສະ­ບັບ­ນີ້ ບໍ່­ແມ່ນ­ຂອງ­ງ່າຍ­ຄືກັນ ຕ້ອງ­ມີການ­ປະ­ຊຸມ­ກັນ­ຫລາຍເທື່ອ ຕ້ອງ­ໄດ້­ຖາມ­ຄວາມ­ຄິດເຫັນ ຈາກ­ຜູ່­ຊ່ຽວ­ຊານ ສະ­ເພາະ­ ­ໃນ­ດ້ານການກວດ­ຄົນເຂົ້າເມືອງ ­ແລະ­ຫົວ­ຫນ້າ­ທີມງານ­ສ້າງ (developer ຫລື programmer) ເຖີງ­ຄວາມເປັນ­ໄປ­ໄດ້­ຫລືບໍ່ ຮ່ວມ­ທັງ­ພາກ­ສ່ວນ ອຸປະ­ກອນ­ໄຮເທັກ ຕ່າງໆ­ ວ່າຈະ­ມີການ­ຕິດ­ຕັ້ງ ເຊື່ອມ­ໂຍງເຂົ້າ­ກັບ­ຊອບ­ແວ­ຣ­ໄດ້­ແນວ­ໃດ. 

ໂຕ­ຢ່າງ ປະ­ເດັນ­ຫລັກ ຂອງເອກກະ­ສານ: 
- ພາກ­ສ່ວນກວດກາເອກກະ­ສານ ຕ້ອງ­ມີ­ລະ­ບົບ­ສະ­­ແກນ­ໃບ­ຜ່ານ­ແດນ ­ແລະ­ຂໍ້ມູນ­ສາມາດ­ສົ່ງ­ຜ່ານ ເຂົ້າ­ໄປກວດ­ສອບ­ປະ­ຫວັດ­ໃນ­ລະ­ບົບ ຂອງ­ກົມ­ຕໍາລວດ ­ໄດ້­ທັນ­ທີ­ທັນ­ໃດ ... 
- ພາກ­ສ່ວນກວດກາ­ຮູບ­ຮ່າງ­ໃບ­ຫນ້າ ເຄື່ອງກວດ­ສອບ­ໃບ­ຫນ້າ ກ້ອງ­ຕ້ອງ­ຕິດ­ຕັ້ງ­ຢູ່­ຫລາຍ­ມູມ ມີການເກັບ­ຂໍ້ມູນ­ໄວ້ ... 
- ເຕັກ­ໂນ­ໂລ­ຊີ­ແລະ­ອຸປະ­ກອນ ທີ່­ຈະ­­ໃຊ້­ໃນການ­ສ້າງ ຕ້ອງເປັນ­ລຸ້ນ­ໃຫມ່ ຂອງ­ບໍລິ­ສັດ ... 
- ລະ­ບົບເນັດເວີກ ຕ້ອງ­ໃຊ້­ສັນຍານດາວ­ທຽມ ຂອງ .... 

ຂັ້ນ­ຕອນ­ທີ່­ສອງ ເມື່ອ­ຜ່ານການ­ວິເຄາະ­ຕົກ­ລົງ­ກັນ­ແລ້ວ ທີມງານການ­ສ້າງ ອັນ­ປະ­ກອບ­ດ້ວຍ ຜູ່­ຊໍານານເລື່ອງ­ສ້າງ­ຊອບ­ແວ­ຣ ຖານ­ຂໍ້ມູນ Database ນັກ­ຂຽນ­ໂປຣກ­ຣາມ Analyst Programmer ກໍ່­ຈະ­ປະ­ຊຸມ­ກັນເພື່ອວາງ­ແຜນງານ ອອກ­ແບບ ທາງ­ດ້ານເຕັກ­ນິກ ­ໂດຍ­ສ່ວນ­ໃຫຍ່­ແລ້ວ ຈະ­ປະ­ກອບເອກະ­ສານ ລາຍ­ລະ­ອຽດ­ທາງ­ດ້ານເຕັກ­ນິກ (Technical Specification) ­ແລະ­ສ້າງ­ຮູບ­ຈໍາລອງ (Prototypes) ກ່ອນ­ທີ່­ຈະ­ລົງ­ມື­ສ້າງ­ໂຕ­ຈີງ ເອກກະ­ສານ­ທາງເຕັກ­ນິກ­ນີ້ ມີ­ຄວາມ­ສໍາ­ຄັນ ­ແລະ­ປະ­­ໂຫຽດ ສໍາ­ລັບ­ບໍລິ­ສັດ­ສ້າງ­ຊອບ­ແວ­ຣ ­ໃຫຍ່ໆ­ ເພື່ອ­ບັນ­ທຶກ­ຂັ້ນ­ຕອນ­ແລະ­ເຕັກ­ນິກ­ໃນການ­ສ້າງ ກໍລະ­ນີມີ­ຄວາມ­ຜິດ­ພາດ ຫລື­ສໍາຫລວດ­ຄືນ ອີກ­ຢ່າງ­ຢູ່­ໃນ­ວົງການ ­ໄອ­ທີ ມັກ­ມີການ­ປ່ຽນ­ວຽກ­ຢູ່ເລື້ອຍໆ­ ເມື່ອ­ມີ­ພະ­ນັກງານ­ໃຫມ່ເຂົ້າມາ ເອກກະ­ສານ­ນີ້­ຈະ­ຊ່ອຍ­ໃຫ້ ສາມາດ­ຮຽນ­ຮູ້­ລະ­ບົບ­ໄດ້­ໄວ­ຂື້ນ. 

ໂຕ­ຢ່າງ ປະ­ເດັນ­ຫລັກ ຂອງເອກກະ­ສານ: 
- ການອອກ­ແບ­ຖານ­ຂໍ້ມູນ ເພື່ອ­ໃຫ້ເຮັດ­ວຽກ­ໄດ້ວ່ອງ­ໄວ ­ແລະ­ສາມາດ ຂະ­ຫຍາຍການ­ນໍາ­ໃຊ້ອອກ­ໄປ­ໄດ້­ໃນ­ອານາ­ຄົດ ­ໄດ້ອອກ­ແບບ­ໃຫ້ເປັນ­ສອງ­ພາກ­ສ່ວນ ສໍາ­ລັບ­ພາກ­ພື້ນ­ສະ­ຫນາມ ­ແລະ­ ສູນກາງ ມີການເຊື່ອມ­ໂຍງ­ຂໍ້ມູນ­ກັນ­ທຸກໆ­ 5 ນາ­ທີ່ ປະ­ກອບ­ດ້ວຍ99 ຕາຕະ­ລາງ ຂໍ້ມູນ­ຫລັກເປັນ­ພາສາລາວ ­ແລະ­ສາມາດ­ແປ ເປັນ­ພາສາ­ອື່ນ­ໄດ້ ­ໃນ­ກໍລະ­ນີ­ຕ້ອງການ­ແລກ­ປ່ຽນ­ຂໍ້ມູນ ກັບ­ປະ­ເທດ­ອື່ນໆ­ 
- ລະ­ບົບ­ລາຍງານ ມີ­ພຽງ­ພງ­ສະ­ເພາະ­ ພິເສດເທົ່າ­ນັ້ນ ທີ່­ສາມາດເຂົ້າລະ­ບົບ­ໄດ້

ຂັ້ນ­ຕອນ­ທີ່­ສາມ ຄືການ­ລົງ­ມື­ສ້າງ­ໂຕ­ຈີງ ­ໃນ­ຂັ້ນ­ຕອນ­ນີ້­ຖ້າເປັນ­ລະ­ບົບ­ໃຫຍ່ ເຂົາຈະ­­ແບ່ງ­ວຽກອອກເປັນ­ສ່ວນໆ­ (Phase) ມີ­ໄລຍະ­ກໍາຫນົດເວ­ລາ ທີ່­ຈະ­ຕ້ອງເຮັດ­ໃຫ້­ແລ້ວ ເມື່ອເຟດ­ສ ທໍາ­ອິດ­ແລ້ວ ກໍ່­ຈະ­­ໂອນ­ໄປ­ໃຫ້­ທີມກວດ­ສອບ (Test team) ທົດ­ລອງ­ຫາ­ຈຸດ­ບົກ­ຜອງ ຖ້າ­ພົບ­ຄວາມ­ຜິດ ຫລືບໍ່­ຖືກ­ຕາມ­ສະ­ເປກ ທີ່ກໍາຫນົດ­ໄວ້ ວຽກ­ກໍ່­ຈະ­ກັບ­ຄືນມາຫາ­ທີມ­ສ້າງ­ອີກ ມີບາງເທື່ອວຽກ­ອາດ­ຕ້ອງ­ກັບ­ຄືນ­ໄປຫາ ທີມ­ວິເຄາະ­ ເພື່ອ­ຫາທາງ­ແກ້­ໄຂ­ຄືນ­ໃຫມ່ ຫລືອາດ­ຈະ­ຕ້ອງ­ນັ່ງ­ໂຕະ­ ຕົກ­ລົງ­ກັບເຈົ້າຂອງ­ໂຄງການ­ຄືນ­ໃຫມ່ເພື່ອ­ແກ້­ໄຂ ­ໃນບາງ­ສ່ວນ. 

ຂັ້ນ­ຕອນ­ທີ່­ສີ່ ຄື­ຂັ້ນ­ຕອນ­ສຸດ­ທ້າຍ ຄືການ­ຕິດ­ຕັ້ງ ເພື່ອ­ທົດ­ສອບ­ໂຕ­ຈີງ, ມີການ­ຝຶກ­ອົບ­ຮົມ ­ແລະ­ ຫມອບ­ຮັບ­ໂຄງການ ກ່ອນ­ທີ່­ຈະ­ມີ­ລໍາ­ວົງ­ຮອບ­ພິເສດເກີດ­ຂື້ນ ­ໂຊກ­ດີ­ທີ່ ­ໂຄງການ ຄຂມ ຂອງເຮົາ­ຜ່ານ­ໄປ­ໄດ້ດ້ວຍ­ດີ ­ໂຄງການ­ຂອງ­ຄົນ­ລາວ ສ້າງ­ໂດຍ­ຄົນ­ລາວ ­ໃຊ້­ໂດຍ­ຄົນ­ລາວ ເວົ້າ­ວ່າ­ກັນ­ໄດ້ ທຸກ­ຢ່າງ­ສໍາເລັດ­ຕາມເປົ້າຫມາຍ ຫມົດ­ໄປເທົ່າ­ໃດ­ລ້ານ ລຸງກະ­ບໍ່­ຮູ້ນໍາ ­ແຕ່­ລຸງ­ຄົງ­ດີ­ໃຈ­ບໍ່ນ້ອຍ ຫາກ­ຄົນ­ລາວເຮົາ ເຮັດ­ໄດ້­ປານ­ນັ້ນ ­ໂດຍ­ບໍ່ອາ­ໃສ­ໄມ້ມື­ລາຄາ­ແພງ ຈາກ­ຕ່າງ­ປະ­ເທດ. 

  •  ອາຊີບໄອທີດີຮ້າຍແນວໃດ ຕອນ 4


:) 

ໃນ­ບົດ­ທີ່­ແລ້ວ ລຸງ­ໄດ້ເວົ້າເຖີງ­ຂັ້ນ­ຕອນ ການເຮັດ­ວຽກ­ຂອງມະ­ນຸດ­ໄອ­ທີ ­ໃນ­ໂຄງການ­ສ້າງ­ຊອບ­ແວ­ຣ໌­ໃດ­ນື່ງ ­ແບບ­ລ່ວມໆ­­ໃຫ້­ພໍເຂົ້າ­ໃຈ­ພໍຫອມ­ປາກ­ຫອມ­ຄໍ ສ່ວນ­ບົດ­ນີ້ ລຸງ­ຈະ­ມາເວົ້າເຖີງ­ບຸກ­ຄົນ ຜູ່­ທີ່­ຈະ­ຍຶດ­ຖືອາ­ຊີບ­ນີ້­ໄດ້ ຮ່ວມ­ໄປເຖີງ­ສີ່ງ­ທີ່ດີບໍ່ດີ­ຂອງ­ອາ­ຊີບ­ນີ້ ແລະ­ຖ້າເກີດ­ວ່າ­ມັກ ຢາກ­ຮຽນ­ຮູ້­ຄວນ­ຈະ­ເລີ້ມ­ຕົ້ນ­ແນວ­ໃດ ຮ່ວມ­ທັງ­ຟັງ­ນິ­ທານ­ນ້ອຍ­ໄປ­ນໍາ. 

ຕອນ­ສະ­­ໄຫມ­ທີ່­ລຸງ­ຮຽນ­ຈົບ ຈາກມະ­ຫາ­ວິ­ທະ­ຍາ­ໄລ ­ໃຫມ່ໆ­ ­ໄດ້ມີ­ໂອກາດເຂົ້າ­ຝຶກງານ­ໃນ­ບໍລິ­ສັດ­ແຫ່ງ­ນື່ງ ນັກ­ຮຽນ­ທີ່­ຈົບ­ພ້ອມ­ກັນ­ໃນ­ຮຸ້ນ­ມີ­ປະ­ມານ 40 ຄົນ ສໍາຫລັບ­ສົກ­ຮຽນ­ປີນັ້ນ ມີ­ພຽງ17ຄົນເທົ່າ­ນັ້ນ ທີ່ມີ­ໂອກາດ­ໄດ້ເຂົ້າ­ຝຶກງານ ອາດເປັນເພາະ­ມັນ­ຖືກ­ຊ່ວງ ວິກິດການ­ທາງເສດ­ຖະ­ກິດ­ຂອງ­ປະ­ເທດເຂົາ ກໍ່ເປັນ­ໄດ້. ເປັນເລື່ອງ­ທໍາມະ­ດາ ທີ່ເດັກ­ນ້ອຍ­ບ້ານນອກ ຈາກ­ປະ­ເທດ­ທີ່ດ້ອຍ­ພັດ­ທະ­ນາ­ຄື­ລຸງ ­ໄດ້ມີ­ໂອກາດມາເຖີງ­ຂັ້ນ­ນີ້ ຄວາມ­ດີ­ໃຈຫາຫຍັງ­ປຽບ­ບໍ່­ໄດ້ ທີ່­ຈະ­­ໄດ້­ຜູກກະ­ລະ­ວັດ ­ໃສ່­ສູດ ຫີ້ວກະ­ເປົາ­ໄປ­ນັ່ງ­ໂຕະ­ນັ່ງ­ຕັ່ງເຮັດ­ວຽກ ປານ­ພະ­ເອກ­ຢູ່­ໃນ­ຫນັງ. 

ອະ­ນິ­ຈາ ຊີວິດ­ມັນ­ບໍ່­ໄດ້ງົດງາມ­ຄື­ແນວ­ນັ້ນ ມື້­ທໍາ­ອິດ­ຂອງ­ອາ­ຊີບ­ໄອ­ທີ ເຂົາ­ໃຫ້­ລຸງ­ຮັບ­ຜິດ­ຊອບ­ປ່ຽນເຈັ້ຽພ­ຣີນເຕີ­ຣ ທໍາຄວາມ­ສາອາດ­ແປ້ນ­ພີມ ເມົາສ໌ ບາງເທື່ອ­ຕ້ອງ­ໄດ້­ຄານ­ລົງ­ກ້ອງ­ໂຕະ­ ­ໄປ­ຕໍ່­ສາຍ­ໄຟສາຍເຄເບີ­ຣ ຊື່ງ­ມັນ­ບໍ່­ຕ່າງ­ຫຍັງ­ກັບ­ອາ­ຊີບ­ກໍາມະ­ກອນ­ທົ່ວ­ໄປ. ເຈັບ­ໃຈ­ແລະ­ເຫລືອ­ໃຈ ທີ່­ຮຽນມາ­ດ້ວຍ­ຄວາມ­ລໍາບາກ ­ແລ້ວ­ຕ້ອງມາເຮັດ­ວຽກ­ແບບ­ນີ້ ອົດ­ທົນເຮັດ­ວຽກ­ດັງ­ກ່າວ ­ໄດ້­ຕັ້ງ­ສອງ­ອາ­ທິດ ບໍ່­ຮູ້­ຊິ­ລະ­ບາຍ­ຄວາມ­ຮູ້­ສຶກ­ແນວ­ໃດ­ດີ ລຸງເລີຍ­ໂທຣ­ໄປລະ­ບາຍ­ກັບ­ຫມູ່ ຜູ່­ທີ່ວ່າ­ໂຊກ­ດີ­ທີ່­ສຸດ ທີ່­ໄດ້ເຂົ້າ­ຝຶກງານ­ກັບ­ບໍລິ­ສັດ­ຍັກ­ໃຫຍ່ IBM. ­ແທ່ນ­ທີ່­ຫມູ່ເຂົາ­ຊິເຍາະ­ເຍີຍ ກັບ­ຕອບມາ­ວ່າ ກູກະ­ບໍ່­ຕ່າງ­ຫຍັງດອກ ເຂົາ­ໃຫ້­ຢືນ­ແພກ­ຄອມ­ພີວເຕີ­ຣ ­ໃສ່­ແກັດ ຕິດ­ສະ­ຕິກເກີ­ຣ ຫມົດ­ມື້. ຮ້ວຍ­ຖ້າອາ­ຊີບ­ໄອ­ທີເປັນ­ແນວ­ນີ້ ຈັກ­ຊິ­ຮຽນມາເຮັດ­ຫຍັງ ວຽກ­ແບບ­ນີ້ ຕາ­ສີ­ຕາສາ ກະ­ເຮັດ­ໄດ້ 

ລຸງ­ອົດ­ທົນ­ປ່ຽນເຈັ້ຽພ­ຣີນເຕີ­ຣ ຢູ່­ໄດ້ນື່ງເດືອນ­ຈົນ­ຮູ້ວ່າ­ໃຜເປັນ­ໃຜ­ໃນ­ບໍລິ­ສັດ­ແລ້ວ ລຸງ­ຕັດ­ສີນ­ໃຈເຂົ້າຫາ­ຫົວ­ຫນ້າເລີຍ ­ແລະ­ບອກ­ວ່າຢາກເຮັດ­ວຽກ­ທີ່ມັນ­ກ່ຽວ­ຄ້ອງ­ກັບ­ໄອ­ທີ ທີ່ມັນ­ທ້າທາຍ­ກ່ວາ­ນີ້ ຫົວ­ຫນ້າ­ມັນເລີຍ­ຖາມ­ລຸງ­ວ່າ ຂຽນ­ໂປຼກ­ຣາມ­ຫຍັງ­ໄດ້ບໍ່ ­ແລະ­ລອງເອົາວຽກ­ນ້ອຍໆ­ ­ໃຫ້­ທົດ­ລອງເຮັດ ຈື່­ໄດ້ວ່າເປັນ­ໂປຼກ­ຣາມ­ກ່ຽວ­ກັບ­ລະ­ບົບ­ອີ່ເມວ ເຂົາ­ໃຫ້ເວ­ລາ­ນື່ງເດືອນ ­ແຕ່ເພາະ­ຄວາມ­ຕື່ນເຕັ້ນ ­ແບບ­ໄວ­ຫນຸ່ມ­ຂື້ນ­ໃຫມ່­ໃຈ­ຮ້ອນ ເຮັດ­ແລ້ວ­ພາຍ­ໃນ­ອາ­ທິດດຽວ ຄົງເປັນເພາະ­ຄວາມ­ພະ­ຍາຍາມ ­ແລະ­ເອົາ­ຈີງເອົາ­ຈັງ­ຂອງ­ລຸງກະ­ບໍ່­ຮູ້ ນັບ­ຈາກ­ວັນ­ນັ້ນ ­ແລະ­ຜົນງານ­ອັນ­ນັ້ນ ­ໄດ້ເຮັດ­ໃຫ້­ລຸງ­ມີອາ­ຊີບ­ນີ້ເປັນ­ຕົ້ນມາ. ສ່ວນ­ຫມູ່­ຜູ່­ໄປ­ຝຶກງານ­ກັບ­ບໍລິ­ສັດ IBM ນັ້ນ ຄົງເຫັນ­ຊ່ອງ­ທາງ­ຄ້າຂາຍ ດີກ່ວາເປັນ­ມືອາ­ຊີບ ຫມໍ­ໄດ້ອອກ­ໄປເປີດ­ຮ້ານ­ຂາຍເຄື່ອງ­ຄອມ­ພີວເຕີ­ຣ ກາຍເປັນເຖົ້າ­ແກ່­ໃຫຍ່ເທົ່າ­ທຸກ­ວັນ­ນີ້ 

ນິ­ທານ­ຂອງ­ລຸງເລົ່າມາຮອດ­ນີ້ ລູກ­ຫລານ­ຄົງ­ພໍຈະ­ສະ­ຫລຸບ­ໄດ້­ແລ້ວ­ວ່າ ຈາກ­ໄວ­ນັກ­ຮຽນ­ຄົນ­ນື່ງ ທີ່ເດີນ­ທາງເຂົ້າສາຍ­ໄອ­ທີ ດ້ວຍ­ຄວາມ­ຕັ້ງ­ໃຈ­ອັນ­ສູງ­ສົງ ບໍ່­ຫມາຍ­ຄວາມ­ວ່າ­ນັກ­ຮຽນ­ຄົນ­ນັ້ນ ຈະ­­ໄປຕາມເສັ້ນ­ທາງ­ທີ່ເຄີຍ­ສາບານເອົາ­ໄວ້. ລຸງ­ທົບ­ທວນເບີ່ງ­ແລ້ວ ຈາກ­ວັນ­ທໍາ­ອິດ ທີ່ມະ­ຫາ­ວິ­ທະ­ຍາ­ໄລ ຂະ­­ແຫນງ­ໄອ­ທີ ມີນັກ­ຮຽນເກືອບ 200 ຄົນ ເຖີງ­ປີ­ສຸດ­ທ້າຍເຫລືອ­ບໍ່­ຮອດ 50 ຄົນ ພໍຈົບອອກມາ 40 ຄົນ ມີບໍ່­ຮອດ 10 ຄົນ ທີ່­ໄດ້ເຮັດ­ວຽກ­ກ່ຽວ­ກັບ­ຂະ­­ແຫນງ­ທີ່­ຮຽນມາ ທີ່ເວົ້າມາ­ນີ້ບໍ່­ຫມາຍ­ຄວາມ­ວ່າ 200 - 10 = 190 ຄົນ ເປັນ­ຂີ້ເຫຍື້ອ ­ໄຮ້­ຄຸນ­ຄ່າ ຄວາມ­ຈີງ­ແລ້ວບາງ­ຄົນ ພໍຮຽນ­ໄປ­ແລ້ວ ຮູ້ວ່າ­ບໍ່­ແມ່ນ­ສີ່ງ­ທີ່­ໂຕເອັງ­ຫມັກ ຫລືບໍ່ກະ­ມີ­ທາງເດີນ­ຊີວິດ­ໃຫມ່ ອອກ­ໄປເຮັດ­ທຸລະ­ກິດ ຄ້າຂາຍກະ­ມີ ສ້າງ­ຄອບ­ຄົວກະ­ມີ ຫລື­ໄປ­ລົງ­ຮຽນ­ຂະ­­ແຫນງ­ໃຫມ່ກະ­ມີ ­ແລະ­ຜົນ­ສໍາເລັດ­ຂອງ­ຄົນເຮົາ ມັນ­ບໍ່­ໄດ້ວັດ­ແທກ­ກັນ­ຢູ່­ທີ່­ໃບ­ປະ­ກາດ ຫລື­ຫນ້າ­ທີ່­ຕໍາ­ແຫນ່ງ ເທົ່າ­ນັ້ນ. 

ລຸງ­ໃຊ້­ຊີວິດ­ຢູ່ກັບ­ອາ­ຊີບ­ໄອ­ທີ ມາຫລາຍ­ປີ­ສົມ­ຄວນ ເຄີຍ­ຮ່ວມງານ­ກັບ­ທີມງານ ຂອງ­ລາກ­ຫລາຍ­ບໍລິ­ສັດ ທັງ­ໃນ­ແລະ­ຕ່າງ­ປະ­ເທດ ເຫັນ­ລິດເດດ­ທັງ­ລະ­ດັບ­ຊຽນ ­ແລະ­ລະ­ດັບ­ສຸດ­ຊ້ວຍ, ­ໃນ­ວົງການ­ໄອ­ທີບໍ່ມີ­ໃຜ­ກ້າ­ອ້າງ­ໂຕ­ວ່າເປັນ­ຊຽນ ເພາະ­ເທັກ­ໂນ­ໂລ­ຊີມັນ­ປ່ຽນ­ໄປເລື້ອຍໆ­ ຊຽນ­ໃນ­ວັນ­ນີ້ ອາດເປັນ­ພຽງ­ລຸງ­ສາ­ໃນ­ມື້­ຫນ້າ ­ແຕ່­ສີ່ງ­ນື່ງ­ທີ່ເຂົາ­ຍັງ­ໃຫ້­ຄວາມ­ສໍາ­ຄັນ ຄື­ປະ­ສົບ­ປະ­ການ ເທັກ­ໂນ­ໂລ­ຊີ­ສາມາດ­ຮຽນ­ຮູ້­ໄດ້ ­ແຕ່­ປະ­ສົບການ ມັນ­ຄືການ­ສະ­ສົມ ­ໂດຍ­ໃຊ້ເວ­ລາ­ແລະ­ເຫດການ (ກາຣະ­ເທສະ­) ຊື່ງ­ຊື້­ຂາຍ­ກັນ­ບໍ່­ໄດ້. ຢູ່­ຕ່າງ­ປະ­ເທດ ທຸກໆ­ເທື່ອ­ທີ່ມີການ­ສໍາພາດ ເພື່ອ­ຮັບເອົາພງ­ໄອ­ທີ­ໃຫມ່ ເຂົາຈະ­ບໍ່­ໄດ້ເບີ່ງ­ທີ່­ໃບ­ປະ­ກາດ­ວ່າ­ຈົບ­ຈາກ­ໃສ ສູງເທົ່າ­ໃດ ທີ່ເຂົາ­ຕ້ອງການ­ຄື­ປະ­ສົບການ ­ໃນ­ດ້ານ­ທີ່ເຂົາ­ຕ້ອງການ ສຸດ­ທ້າຍເຂົາຈະ­ເບີ່ງ­ທີ່ ບຸກ­ຄະ­ລິກ­ຕະ­ພາບ ນິ­ໃສ­ໃຈ­ຄໍ ປະ­ຫວັດການເຮັດ­ວຽກ­ດີ ມີ­ຄວາມ­ຊື່­ສັດ ­ແລະ­ຈະ­ສາມາດ ເຮັດ­ວຽກເປັນ­ທີມ­ນໍາເຂົາ­ໄດ້­ຫລືບໍ່ 

ລຸງເຄີຍ­ໄດ້ຍີນເລື່ອງເຫລົ່າ­ວ່າ ດົນນານມາ­ແລ້ວ ທີ່­ຕ່າງ­ປະ­ເທດ­ມີ­ໂຄງການ­ສ້າງ­ລະ­ບົບ­ໄອ­ທີນື່ງ ທີ່­ໃຫຍ່­ແລະ­­ໃຊ້­ທືນມະ­ຫາສານ ມີ ພງ ­ໄອ­ທີ 400 ຄົນເຮັດ­ວຽກ­ໃນ­ໂຄງການ­ນັ້ນ ­ແຕ່ເກີດເລື່ອງ ມີ ພງ ຄົນ­ນື່ງ­ຂາດ­ວິ­ໄນ ຈົນ­ຖືກ­ໄລ່ອອກການ ­ແຕ່ເລື່ອງ­ມັນ­ບໍ່­ຈົບ­ທີ່ການ­ໄລ່ອອກ. ພງ ຄົນ­ນັ້ນ­ກ່ອນ­ຈະ­ຫນີອອກ­ໄປ ­ໄດ້ເຮັດ­ໄວ­ຣັສ­ໃສ່­ລະ­ບົບ ທີ່­ສ້າງ­ໄດ້ກາຍເຄີ່ງ­ແລ້ວ ­ໂດຍ­ບໍ່ມີ­ໃຜ­ຮູ້ ­ແລະ­­ແກ້­ໄຂ­ບໍ່­ໄດ້ ຕ້ອງ­ໄດ້­ຮື້­ໂຄງການ ເລີ້ມ­ຕົ້ນ­ໃຫມ່ ດ້ວຍ­ທືນ 2 ມະ­ຫາສານ. ກາຍເປັນ­ຕໍານານ ອຸທາຫອນ ເຫລົ່າ­ຕໍ່ໆ­ກັນມາ­ໃນ­ວົງການ­ໄອ­ທີ. 

ເທົ່າ­ທີ່­ລຸງ­ຮູ້ມາ ອາ­ຊີບ­ໄອ­ທີເປັນ­ອາ­ຊີບ­ທີ່­ສ້າງ­ລາຍ­ໄດ້­ສູງ­ອາ­ຊີບ­ນື່ງ ຂື້ນ­ກັບ­ຫນ້າວຽກ­ແລະ­ປະ­ສົບການ ­ແຕ່ກໍ່ເປັນ­ອາ­ຊີບ­ທີ່­ຕ້ອງ­ໃຊ້ເວ­ລາ ­ແລະ­ຄວາມ­ຄິດ­ຢູ່ກັບ­ວຽກ ຈົນບາງເທື່ອ­ລື່ມ­ແລງ­ລື່ມງາຍ­ກໍ່ມີ ເປັນ­ອາ­ຊີບ­ທີ່­ຕ້ອງ­ຮຽນ­ຮູ້­ຢູ່ເລື້ອຍໆ­ ­ໂດຍ­ສະ­ເພາະ­ ຜູ່­ທີ່­ຈະ­ເປັນ­ໂປຼກ­ຣາມເມີ­ຣ ຫລືນັກ­ສ້າງ­ຊອບ­ແວ­ຣ­ໄດ້ ສ່ວນ­ຫລາຍ­ແລ້ວ ຕ້ອງເປັນ­ຜູ່­ທີ່ມີ­ຄວາມ­ອົດ­ທົນ­ສູງ ­ໃຈເຢັນ­ແລະ­ຮອບ­ຄອບ. ຕາມ­ທີ່­ລຸງເຫັນ ສ່ວນ­ຫລາຍ­ແລ້ວອາ­ຊີບ ນັກ­ຂຽນ­ໂປຼກ­ຣາມ ຈະ­ບໍ່ຍື່ນ­ຍົງ ພໍຢູ່ກັບ­ວຽກ­ນີ້ດົນໆ­­ໄປ ຈະ­ເຮັດ­ໃຫ້ເກີດ­ໂຣກ­ຄວາມ­ຄຽດ ບໍ່­ຕ່າງ­ຫຍັງ­ກັບ­ອາ­ຊີບ­ນັກ­ຕະ­ຫລາດ­ຮຸ້ນ ທີ່­ສະ­ຫມອງເຮັດ­ວຽກ­ຫນັກເກີນ­ໄປ ຫລືບໍ່ກະ­ເກີດ­ຄວາມ­ກົດ­ດັນ­ຈາກ­ວຽກ ທີ່­ຕ້ອງເຮັດ­ໃຫ້­ແລ້ວ­ທັນເວ­ລາ­ທີ່ກໍາຫນົດ­ໄວ້. ຢູ່ເມືອງນອກ ລຸງ­ບໍ່­ຄອຍເຫັນ­ພວກ­ຄົນ­ຫົວ­ແດງ ຍຶດ­ຖືອາ­ຊີບ­ນີ້ ສ່ວນ­ຫລາຍເປັນ­ອາ­ຊີບ ຂອງ­ຄົນເອ­ຊີ ອີນເດຍ ທີ່ນິຍົມ­ກັນ­ຫລາຍ. 

ລຸງ­ຍັງ­ຈື່­ໄດ້ວ່າ ສະ­­ໄຫມ­ທີ່­ລຸງເຮັດ­ວຽກ­ກັບ­ບໍລິ­ສັດ­ນື່ງ ທີ່­ຕ່າງ­ປະ­ເທດ­ນັ້ນ ວັນ­ນື່ງ­ລຸງ­ນັ່ງເຮັດ­ວຽກ­ຈົນ­ຮອດເຈັດ­ໂມງ­ແລງ ເປັນ­ຊ່ວງ­ທີ່ ພງ ທໍາຄວາມ­ສະ­ອາດ ເຂົ້າມາ­ທໍາຄວາມ­ສະ­ອາດ­ພໍດີ ເປັນ­ຄົນ­ຜີວ­ຂາວ­ສູງ­ໃຫຍ່ ບໍ່­ຄື­ຄົນ­ທໍາຄວາມ­ສະ­ອາດເລີຍ ລຸງ­ທໍາຄວາມ­ຮູ້­ຈັກ­ສະ­ບາຍ­ດີ ລົມ­ກັນ­ໄປ­ກັນມາ ເຖີງ­ໄດ້­ຮູ້ວ່າ ເມື່ອອາ­ດີດ ລາວເຄີຍ­ຍຶດ­ຖືອາ­ຊີບ­ໄອ­ທີມາ­ກ່ອນ ພໍລຸງ­ຖາມ­ວ່າເປັນ­ຫຍັງ­ຈື່ງ­ປ່ຽນ­ອາ­ຊີບມາເຮັດ­ອານາ­ໄມ ລາວ­ຕອບ­ວ່າ ເຮັດ­ໄດ້­ຫລາຍ­ປີ­ແລ້ວເບື່ອ ຕອນ­ນີ້ມາ­ຊື້­ທຸຣະ­ກິດ­ນ້ອຍໆ­ ຮັບ­ທໍາຄວາມ­ສະ­ອາດ­ຕາມ­ຫ້ອງການ ສະ­ບາຍ­ກ່ວາ ພໍ­ໃຈກະ­ເຮັດ­ບໍ່­ພໍ­ໃຈກະ­ບໍ່ເຮັດ ເກັບເງີນ­ໄດ້­ພໍ ­ໄປ­ຮໍລີເດ ຢູ່­ໄທຍ­ແລນ ຄັກ­ຫລາຍ. ຕອນ­ນັ້ນ­ລຸງເອັງກະ­ຍັງ­ຄິດ­ບໍ່ອອກ­ວ່າ ເປັນ­ຫຍັງ­ຄົນເຮົາ ຈື່ງ­ປ່ຽນ­ແປງ­ຊີວິດ­ໂຕເອັງ­ໄດ້ ຈາກ­ຫນ້າ­ມືເປັນ­ຫລັງ­ມື­ແນວ­ນີ້ ອັນ­ນີ້ບໍ່­ທີ່ເຂົາ­ວ່າ ຄົນ­ໃນ­ຢາກອອກ ຄົນນອກ­ຢາກເຂົ້າ. 

ທີ່­ລຸງເຫລົ່າມາ ບໍ່­ແມ່ນ­ໃຫ້­ພວກ­ລູກ­ຫລານ­ຢ້ານ­ອາ­ຊີບ­ໄອ­ທີ ທຸກ­ອາ­ຊີບ­ມີຍາກ­ມີງ່າຍ­ແລະ­ຜົນ­ປະ­­ໂຫຽດ­ທັງ­ນັ້ນ ຖ້າ­ລູກ­ຫລານ­ຍັງ­ຢືນ­ຢັນ­ວ່າ­ມັກ­ອາ­ຊີບ­ນີ້ ຫລື­ຕ້ອງການ­ຮຽນ­ຮູ້­ຫລີ້ນໆ­ ເພື່ອ­ປະ­ດັບ­ຄວາມ­ຮູ້ ຢາກ­ຮູ້ວິ­ທີ່­ຝຶກ­ຝົນ ເລີ້ມ­ຕົ້ນ­ຮໍ່າຮຽນ­ແນວ­ໃດ ລຸງ­ຈະ­ບອກ­ໃຫ້ ຕາມເທົ່າ­ທີ່­ລຸງ­ພໍຮູ້ມາ­ດັ່ງ­ນີ້ ­ໂຊກ­ດີ­ທີ່­ສະ­­ໄຫມ­ນີ້ການ­ຮໍ່າຮຽນ ເລື້ອງ­ໄອ­ທີ ບໍ່­ໄດ້­ໃຊ້­ທືນ­ຫລາຍ­ຄື­ແຕ່ເກົ່າ ການ­ຮໍ່າຮຽນກະ­ບໍ່­ໄດ້­ຈໍາ­ກັດ­ອາ­ຍຸ ວັນນະ­ ຫລື­ຕ້ອງ­ມີ­ຮ່າງກາຍ­ສົມ­ບູນ ­ໂກ້ເກ ງົດງາມ ຄືອາ­ຊີບ ສາວອາກາດ­ລາວ, ­ແຕ່ມີ­ສີ່ງ­ນື່ງ ທີ່­ລຸງເຫັນ­ວ່າ­ມີ­ຄວາມ­ຈໍາເປັນ ຄື­ພາສາ­ອັງ­ກິດ ຕ້ອງ­ພໍອ່ານອອກ­ຂຽນ­ໄດ້ ­ແມ່ນ­ຈະ­ຊ່ອຍ­ໃຫ້ເຮົາ­ໄປ­ໄດ້­ໄວ­ຂື້ນ ເພາະ­ພວກເຮົາຮຽນເທັກ­ໂນ­ໂລ­ຊີ­ຂອງເຂົາ ຈໍາເປັນເຮົາ­ຕ້ອງ­ໄດ້ເວົ້າຄວາມເຂົາ ວັນ­ນື່ງ­ຂ້າງ­ຫນ້າ­ລຸງເຊື່ອ­ວ່າ ພາສາຈະ­ບໍ່­ແມ່ນ­ບັນ­ຫາຂອງມະ­ນຸດ ທີ່­ຈະ­ສາມາດ­ສື່­ສານ­ກັນ­ໄດ້­ຫມົດເຊື້ອ­ຊາດ. 

ການ­ຮຽນ­ຮູ້­ຂັ້ນ­ພື້ນ­ຖານ ຮຽນ­ດ້ວຍ­ໂຕເອັງ ຄວນ­ຈະ­ຕ້ອງເລີ້ມ­ຈາກ­ຕໍາລາຫນັງ­ສື ຫລື­ທາງ­ອີນເຕີ­ຣເນັດ ­ແມ່ນ­ມີ­ໃຫ້ເລືອກ­ຢ່າງ­ຫລວງ­ຫລາຍ, ການ­ຮໍ່າຮຽນ­ຈາກ­ຫມູ່­ຄູ່ ຜູ່­ທີ່ເກັ່ງ­ແລ້ວກະ­ເປັນ­ອີກ­ວິ­ທີນື່ງ­ທີ່­ໄດ້­ຜົນ ­ແລະ­ພໍເຮົາເລີ້ມ­ມີ­ຄວາມ­ຮູ້­ຂັ້ນ­ພື້ນ­ຖານ­ແລ້ວ ຕ້ອງການ­ຮູ້­ໄປ­ໄກ­ກ່ວາ­ນັ້ນ ຈໍາເປັນ­ຈະ­ຕ້ອງ­ໄດ້­ຮຽນ­ໄປຕາມ­ຫລັກ­ສູດ ຄໍາ­ວ່າຫລັກ­ສູດ­ນີ້ ລຸງ­ບໍ່­ໄດ້­ຫມາຍ­ຄວາມ­ວ່າ ຈະ­ຕ້ອງ­ໄປ­ນັ່ງ­ຮຽນ ຢູ່­ຕາມ­ສະ­ຖາ­ບັນເຖີງ­ຈະ­ຖືກ­ຕ້ອງ ສະ­­ໄຫມ­ນີ້ການ­ຮຽນການ­ສອນ ­ໂດຍ­ສະ­ເພາະ­ດ້ານ­ໄອ­ທີ ­ແມ່ນ­ສາມາດ­ຮຽນ­ໄດ້­ທາງ­ອີນເຕີ­ຣເນັດ ­ແລະ­ຍັງ­ສາມາດ­ຮຽນ­ໄດ້ດ້ວຍ­ໂຕເອັງ­ອີກ ­ໃນ­ຫລັກ­ສູດເຂົາຈະ­ມີ ຄໍາ­ແນະ­ນໍາ ­ໄວ້­ຢ່າງ­ລະ­ອຽດ ຖ້າ­ບໍ່ເຂົ້າ­ໃຈ­ກໍ່­ສາມາດ­ສອບ­ຖາມ­ກັນ­ໄດ້ ຫລືບໍ່­ຊັ້ນ ພຽງ­ພີມ­ບັນ­ຫາ­ໃສ່ ກູ­ໂກ ເຮົາ­ກໍ່­ຈະ­ເຫັນ­ຄໍາຕອບ­ຂື້ນມາເຕັມ. 

ການ­ທີ່ເຮົາຮຽນ­ຈົບ­ຫລັກ­ສູດ­ໃດ­ນື່ງ ຈະ­ເປັນ­ປະ­ຣີນຍາ­ໂທ ຫລືເອກ ຈາກ­ອາເມ­ຣິກາ ຫລືມ­ຊ ນັ້ນ­ບໍ່­ໄດ້­ຫມາຍ­ຄວາມ­ວ່າເຮົາ­ດີເລີດ ສຸດຍອດ­ແລ້ວ. ຢູ່­ຕ່າງ­ປະ­ເທດເຂົາ­ຖືນັກ­ຮຽນ­ທີ່­ຈົບອອກມາ­ໃຫມ່ ຄືກັບ­ຫນ່ວຍ­ໄຂ່­ໃຫມ່ໆ­ ກ່ອນ­ຈະ­ເປັນ­ໄກ່­ໄດ້ ຕ້ອງ­ຜ່ານການ­ຟູມ­ຟັກ ຮຽນຍາງ­ຮຽນ­ບີນ­ກ່ອນ ຄືກັບ­ປະ­ສົບການ­ທີ່­ລຸງ­ໄດ້ເຫລົ່າມາ­ຂ້າງເທີງ­ນັ້ນ. ເວົ້າຕາມ­ຄວາມ­ຈີງ ສີ່ງ­ທີ່­ລຸງເຄີຍ­ຮໍ່າຮຽນມາ ­ໃນມະ­ຫາ­ວິ­ທະ­ຍາ­ໄລ ເກືອບເວົ້າ­ໄດ້ວ່າ ບໍ່­ສາມາດເອົາມາ­ໃຊ້ກັບ­ຊີວິດ ການເຮັດ­ວຽກ­ໂຕ­ຈີງ­ໄດ້ເລີຍ ມັນເປັນ­ພຽງ­ພື້ນ­ຖານ­ໃຫ້ເຮົາ­ປັບ­ໂຕ ເພື່ອ­ຮໍ່າຮຽນເອົາ­ວິ­ຊາການ­ໃຫມ່ເທົ່າ­ນັ້ນ. 

ຫລານໆ­ຄົງ­ຢາກ­ຖາມ­ວ່າ ­ແລ້ວ­ຈະ­ເຮັດ­ແນວ­ໃດ­ໃນເມື່ອ­ຈົບອອກມາ­ແລ້ວ ຢາກເຮັດ­ວຽກ­ທີ່­ຮຽນມາ ­ແຕ່ຍັງ­ບໍ່ມີ­ປະ­ສົບການ ­ໄປສະ­ມັກ­ວຽກ­ທາງ­ໃດ ເຂົາກະ­ຖາມເອົາ­ແຕ່­ປະ­ສົບການ, ລຸງ­ຈະ­ບອກເຄັດ­ລັບ­ໃຫ້­ໃນ­ບົດ­ຫນ້າ ເອົາ­ແບບ­ສະ­ບັບ­ຂອງ­ລຸງ. 

ສໍາຫລັບ­ວັນ­ນີ້ ລຸງ­ໂມ້­ໄປຫລາຍ­ແລ້ວ ຮູ້­ສຶກ­ສົ້ມ­ປາກ ຂໍເວ­ລາ­ໄປ­ຊົດເບຍ­ລາວເຢັນໆ­ຈັກ­ອຶກ­ນື່ງ­ກ່ອນ 

ແລ້ວ­ພົບ­ກັນ­ໃຫມ່ 

ไม่มีความคิดเห็น:

แสดงความคิดเห็น