ສາລະໜ້າຮູ້ ໄອທີ








  • ບັນຫາກ່ຽວກັບ Hard Disk



Hard disk ຄືອຸປະກອນທີ່ໃຊ້ເກັບຂໍ້ມູນ ຫລືໂປແກມ ທີ່ສຳຄັນຫລາຍທີ່ສຸດໃນຄອມພິວເຕີັ, ອາດເອີ້ນວ່າ "Fix Disk" ເນື່ອງຈາກເປັນ Disk ທີ່ຖືກຢຶດຕິດແໜ້ນກັບເຄື່ອງຄອມພິວເຕີ, ໂດຍທົ່ວໄປເຮົາບໍ່ສາມາດເບິ່ງເຫັນຕົວHard diskເນື່ອງຈາກຖືກຕິດຕັ້ງຢູ່ພາຍໃນ,Drive ຂອງHard diskປົກກະຕິ ຈະເລີ່ມຕົ້ນຈາກ drive C:

ບັນຫາກ່ຽວກັບ Hard Disk

Harddisk ເຕັມ

ບັນຫານີ້ຄົງຕ້ອງກວດສອບກ່ອນວ່າ ທີ່ hard disk ເຕັມນັ້ນ ມາຈາກການຕິດຕັ້ງໂປແກມຕ່າງໆ ຫລື ເນື່ອງມາຈາກການໃຊ້ງານປົກກະຕິ ຖ້າເປັນທີ່ການຕິດຕັ້ງໂປແກມຫລາຍ ຄົງຕ້ອງມີການຍົກເລີກການຕິດຕັ້ງ (Uninstall) ທີ່ບໍ່ໄດ້ໃຊ້ອອກໄປນຳ ແຕ່ຖ້າມາຈາກການໃຊ້ງານປົກກະຕິ ໃຫ້ກວດສອບວ່າ ເຄີຍເຮັດ Disk Cleanup ແລ້ວຫລືຍັງ ຖ້າຍັງ ໃຫ້ຄິກເຂົ້າໄປທີ່ Start -> Programs -> Accessories -> System Tools ແລະຄິກເລືອກ Disk Cleanup (ໂປແກມນີ້ຈະຊ່ວຍກວດສອບໄຟລ໌ ທີ່ເປັນຂີ້ເຫຍື້ອ ໃຫ້ຈັດການລົບໃຫ້ອັດໂນມັດ)

ມີ Bad Sector 

ຜູ້ຊຳນານຫລາຍທ່ານໄດ້ກ່າວວ່າ ບັນຫາ bad sector ຂອງ hard disk ແບ່ງໄດ້ 2 ຢ່າງຄື bad ຈິງ ກັບ bad ປອມ ຊຶ່ງມີຄວາມຫມາຍວ່າ bad ຈິງ ຄື ມີຮອຍຂີດຂ່ວນທີ່ພື້ນຜິວ hard disk ຊຶ່ງຖ້າເປັນບັນຫານີ້ ຄົງບໍ່ສາມາດແກ້ໄຂໄດ້, ສ່ວນ bad ປອມ ນັ້ນເປັນບັນຫາຂອງໂປແກມ ທີ່ກວດສອບພົບວ່າ ມີບັນຫາໃນການຈັດເກັບ
ການແກ້ໄຂ Bad ປອມ ອາດເລີ່ມຕົ້ນການໃຊ້ໂປແກມ ກວດສອບໃຫ້ຊັດເຈັນກ່ອນ ໂດຍໃຊ້ໂປແກມ Scandisk ກວດສອບ ຖ້າພົບ bad sector ແລະ ຕ້ອງການແກ້ໄຂ ຄົງຕ້ອງສຳຮອງຂໍ້ມູນ ແລະ ລອງເຮັດ Fdisk ກັບ Format hard disk ເບິ່ງໃໝ່ ຢ່າງໃດກໍຕາມ ເຮົາໃຊ້ໂປແກມ Utility ທີ່ແກ້ໄຂ bad sector ໄດ້ ເຊັ່ນ POWERMAX ຫລື SPINRITE ເປັນຕົ້ນ

ການເຮັດວຽກທີ່ຊ້າລົງຢ່າງເຫັນໄດ້ແຈ້ງ 

ບັນຫານີ້ເບິ່ງເປັນເລື່ອງປົກກະຕິ ຂອງຜູ້ໃຊ້ງານ Windows ເນື່ອງຈາກການເຮັດວຽກຂອງ Windows ຈະມີການສຸ່ມການຈັດເກັບຂໍ້ມູນລົງ hard disk ດັ່ງນັ້ນ ຖ້າການໃຊ້ງານຂອງເຮົາມີການສ້າງ ຫລື ລືບໄຟລ໌ເລື້ອຍໆ ຈະເຮັດໃຫ້ການສຸ່ມຂໍ້ມູນຊ້າລົງໄດ້ ເນື່ອງຈາກພື້ນທີ່ໃນການຈັດເກັບບໍ່ໄດ້ລຽງຕໍ່ເນື່ອງກັນ ດັ່ງນັ້ນ ວິທີການແກ້ໄຂເບື້ອງຕົ້ນກໍຄື ການຈັດລຽງຂໍ້ມູນ, ໃນການຈັດເກັບໂປແກມ + ຂໍ້ມູນ ໃຫ້ເປັນລະບຽບ ໂດຍເຮົາສາມາດໃຊ້ utility ທີ່ມາພ້ອມກັບ Windows ຊ່ວຍໃນການຈັດເກັບໄດ້ ຊຶ່ງກໍຄື Disk Defragment (ຄຳແນະນຳ ກ່ອນໃຊ້ໂປແກມນີ້ ຄວນລັນໂປແກມ Disk Cleanup ກ່ອນ ຈາກນັ້ນໃຫ້ລັນໂປແກມ Scan Disk ແລະ ທ້າຍສຸດກໍຄື Disk Defragment)

  • ການປະຢັດແບັດເຕີລີ້

ປັດຈຸບັນນີ້ບໍ່ວ່າສິໄປໃສມາໃສ ໃນມະຫາວິທະຍາໄລ ໃນບໍລິສັດ ໃນຫ້ອງການເຮັດວຽກ ສ່ວນໃຫຍ່ຫຼາຍຄົນຈະເລືອກໃຊ້ ໂນ໊ດບຸກ ຫຼາຍກ່ວາຄອມພິວເຕີ້ຕັ້ງໂຕະ ຂະໜາດໃຫຍ່ ເພາະ ໂນ໊ດບຸກສາມາດເຮັດວຽກໄດ້ຄ່ອງແຄ່ວກ່ວາ ພົກພາສະດວກສະບາຍ ປະສິດຕິພາບ ກໍບໍ່ນ້ອຍໜ້າຄອໃຕັ້ງໂຕະອີກດ້ວຍ ແຕ່ການເຮັດວຽກຂອງໂນດບຸກນັ້ນຈະໝົດປະສິດຕິພາຍ
ກໍຕໍ່ເມື່ອແບັດໝົດ,ເສື່ອມເສຍໄປ!!!!ເອ໋ ເປັນຫັຍງແບັດຄືຫມົດໄວແທະໃຊ້ຍັງບໍ່ຮອດຊົ່ວ ໂມງຊ້ຳ ຂະໜາດຫາກໍ່ຊື້ແບັດມາປ່ຽນໃໝ່ໆຍັງບໍ່ທັນຮອດເດືອນຊ້ຳເສື່ອມອີກແລ້ວ
ດັ່ງນ້ນ ເຮົາຄວນຮູ້ວິທີການດູແລຮັກສາແບັດເຕີລີ້ໂນດບຸກເພື່ອໃຫ້ສາມາດໃຊ້ງານ ໄດ້ດົນນານ ບໍ່ເສື່ອມສະພາບໄວເລີຍ:




ຢ່າເກັບແບັດເຕີລີ້ໄວ້ບ່ອນທີ່ມີອຸນຫະພູມສູງ       ໂນ໊ດບຸກມີຂະໜາດນ້ອຍຢູ່ທ້າຍເຄື່ອງສຳລັບ ຖ່າຍເທຄວາມຮ້ອນ ແຕ່ຫາກແບັດເຕີລີ້ຢູ່ໃກ້ກັບຈຸດນີ້ກໍອາດຈະເປັນການເຮັດໃຫ້ຄວາມຮ້ອນບາງ ສ່ວນໄປທີແບັດເຕີລີ້ໂດຍຕົງ ເຊິ່ງມີຜົນເຮັດໃຫ້ອາຍຸການໃຊ້ງານຫຼຸດລົງ 
ໂດຍແບັດເຕີລີ້ Li-ion ທີ່ຖືກສາກໄວ້ຢູ່ທີ່ 40% ນັ້ນເມື່ອຖືກແຊ່ເຢັນໄວ້ຈະ ເກັບຮັກສາການສາກໄດ້ດົນຈົນເຖິງ 10 ປີ ຖ້າຖືກສຽບໄວ້ກັບເຄື່ອງໂນ໊ດບຸກ
ຈະມີອາຍຸການໃຊ້ງານໄດ້ພຽງແຕ່ 12-18 ເດືອນ ເທົ່ານັ້ນ ດັ່ງນັ້ນເຖິງວ່າຄົນ
ຈະມັກໃສ່ແບັດໄວ້ກັບເຄື່ອງໂນ໊ດບຸກຕະຫຼອດເພື່ອຊ່ວຍຈ່າຍໄຟສຸກເສີນໃນກໍລະນີໄຟທີ່ສຽບໄວ້ດັບ  ແຕ່ເຮົາກໍຄວນ
ຫັນມາຖອດແບັດເຕີລີ້ອອກຫາກໂນ໊ດບຸກທີ່ເຮົາໃຊ້ສ່ວນໃຫຍ່ຈະສຽບໄວ້ເທິງໂຕະເຮັດວຽກເສຍສ່ວນໃຫຍ່ສຽບ
ສາຍໄຟເຮັດວຽກກັບໂຕະຕະຫຼອດ ກໍ່ອາດຈະຖອດແບັດອອກກະໄດ້ ອຸນຫະພູບຂອງເຄື່ອງໂນ໊ດບຸກນັ້ນຂະໜະ ທີ່ກຳລັງໃຊ້ງານຢູ່ອາດຈະເພີ່ມສູງເຖິງ 45 ອົງສາ ເຊິ່ງຈະເຮັດໃຫ້ອາຍຸການໃຊ້ງານແບັດເຕີລີ້ຫຼຸດລົງເຄິ່ງໜຶ່ງເລີຍ
ຖ້າເຮົາທຽບກັບການຮັກສາທີອຸນຫະພູມ 20 ອົງສາ ການປະໂນ໊ດບຸກໄວ້ໃນລົດໃຫຍ່ທີ່ຕາກແດດໄວ້ ຈະສົ່ງຜົນໃຫ້
ອາຍຸການໃຊ້ງານຂອງແບັດເຕີລີ້ຫຼຸດລົງອີກດ້ວຍ
ຢ່າສາກແບັດເຕັມເກີນໄປ ແລະ ຢ່າໃຊ້ງານແບັດຈົນໝົດທຸກຄັ້ງ
-ການໃຊ້ງານແບັດເຕີລີ້ຈົນໝົດຈະສົ່ງຜົນໃຫ້ວົງຈອນທີ່ຖ້າກວດສອບລະດັບໄຟໃນແບັດຢຸດທຳງານ
-ບໍ່ຄວນສາກແບັດເຕີລີ້ Li-ion ໃຫ້ເຕັມ100% ຢູ່ຕະຫຼອດ ເພາະຈະເຮັດໃຫ້ແບັດເຮັດວຽກໜັກ
-ການໃຊ້ງານແບັດເຕີລີ້ຖືກສາກແລະໃຊ້ງານສະຫຼັບກັນໄປກັບສົ່ງຜົນດີຫຼາຍກ່ວາເຖິງວ່າບໍ່ໄດ້ໃຊ້ງານຈົນໝົດກໍ
ຕາມ
-ຄວນສາກແບັດເຕີລີ້ເມື່ອເຫຼືອຢ່າງໜ້ອຍ 10-20%

ไม่มีความคิดเห็น:

แสดงความคิดเห็น